10/05/2026
_______________ກອງປະຊຸມ_________________
________________________________________
• ໃນວັນທີ 09/05/2026 ເວລາ 13:00 ບ່າຍໂມງທ່ຽງ , ໜ່ວຍຊາວຫນຸ່ມນັກສຶກສາລາວ ຂອງ ວິທະຍາຄານການແພດກອງທັບ ສສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ແຂ່ງຂັນວຽກງານ 4 ບຸກ ປະຈຳປີ 2024-2025 ແລະທິດທາງແຜນການໃນຕໍ່ຫນ້າ 2026, ໃຫ້ກຽດເປັນປະທານໂດຍ ສະຫາຍ ສຸພາລັກ ສຸກປັນຍາ ຮອງເລຂາຊາວຫນຸ່ມ ຮາກຖານສະຖານທູດລາວ , ສະຫາຍ ທະນົງສັກ ນວນທະສິງ ປະທານກວດກາຄະນະຊາວຫນຸ່ມ ຮາກຖານສະຖານທູດລາວ , ສຫ ພັນໂທ ຄຳສ່ຽນ ປະທຸມທອງ ຮອງຫົວຫນ້າທີ່ປຶກສາຝ່າຍ ປກຊ ສະຖານທູດ ແລະ ສຫ ຮອ ນ້ອຍທິບດາມອນ ຮອງເລຂາໜ່ວຍພັກ ວພທ ໃນກອງປະຊຸມຄັ້ງນີ້ ກໍ່ຍັງມີ ຄະນະນັກສຶກສາ, ຄະນະຊາວຫນຸ່ມ , ຄະນະແມ່ຍິງ ກໍຄືສາມອົງການຈັດຕັ້ງມະຫາຊົນ, ມີສະມາຊິກເຂົ້າຮ່ວມ 56 ສະຫາຍ ຈາກວິທະຍາຄານເຕັກນິກກົດລັບ ແລະ ວິທະຍາຄານສັນຕິບານປະຊາຊົນ ກໍເປັນກຽດເຂົ້າຮ່ວມ
• ໃນພິທີ ສຫ ຮທ ນັດຕະລີ ສີຊານົນ ໄດ້ຂື້ນຜ່ານບົດສະຫຼຸບ ແລະ ຂໍ້ແຂ່ງຂັນ 4 ບຸກ ພ້ອມທັງໄດ້ຜ່ານ ຂໍ້ດີ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ຂໍສະເຫນີ ແລະ ວາງແຜນທິດທາງຕໍ່ຫນ້າ.
⦁ ໃນໂອກາດດັ່ງກ່າວ, ທາງໜ່ວຍຍັງໄດ້ຮັບໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ແລະ ຄັ້ງນີ້ກໍເປັນສະໄໝທີ 2 ແລະ ມີ ຊາວຫນຸ່ມຕົວແບບ 1 ສະຫາຍ ຄື ສຫ ວທ ນ ຕິກ ວັງວິໄລ, ຄະນະໜ່ວຍຊາວຫນຸ່ມມີ 3 ສະຫາຍ ໄດ້ຮັບການຍ້ອງຍໍດີເດັ່ນນຳໜ້າໃນການປະກອບສ່ວນເຄື່ອນໄຫວວຽກງານ ຂອງ ຄຊປປລ ປີ 2025 1 ສຫ ວທ ເອັ້ນ ສອນມະນີ ເລຂາໜ່ວຍ 2 ຮທ ນ ນັດຕະລີ ສີຊານົນ ຮອງເລຂາ 3 ວທ ຄຳ ແສງສຸລິຍາ ຄະນະ ແລະ ມີສະມາຊິກ 26 ສຫ ໄດ້ຮັບການຍ້ອງຍໍ ຢັ້ງຢືນ ດີເດັ່ນນຳໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ປີ 2025 ທີ່ສາມາດຜ່ານຂະບວນການຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2024-2025
• ກອງປະຊຸມຄັ້ງນີ້ເພື່ອເປັນການກວດກາ ແລະ ປະເມີນຄືນ ການນໍາພາ-ຊີ້ນໍາ ຂອງໜ່ວຍຊາວໜຸ່ມ ໃນການເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ (2024-2025) ຜ່ານການປະເມີນຜົນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ບຸກດ້ານແນວຄິດ ຈັດຕັ້ງປະຕິບັດໄດ້ 92%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຈັດຕັ້ງປະຕິບັດໄດ້ 91%, ບຸກດ້ານການຈັດຕັ້ງ ປະຕິບັດໄດ້ 92% ແລະ ການປະເມີນຂໍ້ແຂ່ງຂັນ 4 ບຸກ , ໃນກອງປະຊຸມທ່ານ ສຸພາລັກ ສຸກປັນຍາ ພ້ອມດ້ວຍຄະນະຮັບຜິດຊອບວຽກງານກວດກາ 4 ບຸກ ໄດ້ມີຄໍາຖາມເຈາະຈີ້ມບາງບັນຫາ ແລະ ໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນ, ສົນທະນາກັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມເຕັມໄປດ້ວຍບັນຍາການອັນຟົດຟື້ນ. ຕອນທ້າຍສະຫາຍປະທານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາຂອງໜ່ວຍຊາວໜຸ່ມ ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມທຸກສະຫາຍ ຈົ່ງເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເຜີຍແຜວັດທະນາທຳອັນດີງາມຂອງລາວເຮົາໃຫ້ເພື່ອນບ້ານໄດ້ເຫັນ, ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ທີ່ຕິດພັນກັບໜ້າທີ່ວິຊາສະເພາະຂອງຕົນ
ຂຽນຂ່າວໂດຍ: ວາທີ ນູ່ນີ່ ພົມມະທຳ
ພາບຖ່າຍໂດຍ: ວາທີ ວິໄລວັນ ສີຫຼວງລາດ