ເກີບແຕະແຊຣ໌ຂ່າວ

ເກີບແຕະແຊຣ໌ຂ່າວ ຈັບກະແສຂ່າວ

ເຫດໄຟໄຫມ້ເຮືອນປະຊາຊົນ------------//-----------------ຕອນເຊົ້າທີ25.2.25 ໄດ້ເກີດເຫດໄຟໄຫມ້ເຮືອນຢູ່ເຂດບ້ານພະຂາວ ເມືອງໄຊທານີ ນ...
25/02/2025

ເຫດໄຟໄຫມ້ເຮືອນປະຊາຊົນ
------------//-----------------
ຕອນເຊົ້າທີ25.2.25 ໄດ້ເກີດເຫດໄຟໄຫມ້ເຮືອນຢູ່ເຂດບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ອີງຕາລາຍງານແມ່ນມີຜູ້ເສຍຊີວິດ 1 ຄົນ ເຊິ່ງເປັນເມຍຂອງເຈົ້າຂອງເຮືອນ
🙏🙏🙏ຂໍສະແດງຄວາຍເສຍໃຈຕໍ່ກັບເຫດການດັ່ງກ່າວ ສ່ວນລາຍລະອຽດຈະລາຍງານໃຫ້ຮູ້ຕື່ມພາຍຫຼັງ

ກັກຕົວເປົ້າໝາຍພ້ອມຢາບ້າ 15 ລ້ານເມັດ------------------//--------------------ວັນທີ 20 ກຸມພາ 2025 ຜ່ານມາໄດ້ສະກັດລົດຕາມການແຈ...
24/02/2025

ກັກຕົວເປົ້າໝາຍພ້ອມຢາບ້າ 15 ລ້ານເມັດ
------------------//--------------------
ວັນທີ 20 ກຸມພາ 2025 ຜ່ານມາໄດ້ສະກັດລົດຕາມການແຈ້ງເບາະແສຂ່າວ ສາມາດກັກລົດກະບະ ໄດ້ 3 ຄັນ ໝາຍເລກທະບຽນ ກກ 6626 ບໍ່ແກ້ວ, ກຂ 0490 ບໍ່ແກ້ວ ແລະ ກຂ 0237 ບໍ່ແກ້ວ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນ ຄື: ທ້າວກໍຢ່າງ ອາຍຸ 26 ປີ ຢູ່ບ້ານຝາຍ ແລະ ທ້າວ ເລົ່າຢ່າງ ອາຍຸ 31 ປີ ຢູ່ບ້ານນໍ້າຕອຍ ທັງສອງ ມີອາຊີບເຮັດໄຮ່ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ສ່ວນລົດຄັນທີ 2 ແລະ 3 ທີ່ຂັບມາຕາມຫຼັງ ແມ່ນໄດ້ຈອດລົດປະໄວ້ຂ້າງທາງແລ້ວຄົນຂັບເອົາຕົວລົບໜີ ແລະ ຍັງມີລົດກະບະອີກ 1 ຄັນ ໄດ້ຕ່າວລົດກັບຄືນໄປທາງເມືອງຕົ້ນເຜິ້ງ ແລະ ທາງເຈົ້າໜ້າທີ່ກໍບໍ່ສາມາດນໍາຕາມລົດຄັນດັ່ງກ່າວໄດ້.
ເຈົ້າໜ້າທີ່ກໍ່ໄດ້ກວດຄົ້ນລົດຄັນທີ 1 ແມ່ນບໍ່ພົບເຫັນສິ່ງທີ່ຜິດກົດໝາຍໃດໆ ສ່ວນຄັນທີ 2 ແລະ 3 ແມ່ນໄດ້ບັນທຸກເປົາຢາເສບຕິດ ປະເພດຢາບ້າ ຈຳນວນ 7,500 ຫໍ່ ເທົ່າກັບ 15,000,000 ເມັດ, ມີນໍ້າໜັກ 1,500 ກິໂລກຣາມ.
ຈຶ່ງຢຶດເຄື່ອງຂອງກາງ ພ້ອມດ້ວຍກັກຕົວພວກກ່ຽວທັງສອງໄວ້ ເພື່ອທຳການສຶບສວນ-ສອບສວນ ຊອກຫາກຸ່ມແກ້ງພວກຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ທີ່ມາ: ຂ່າວ ປກສ ແຂວງບໍ່ແກ້ວ

ໄປຂຸດ ຫອຍ ລະເບີດແຕກໃສ່ ເສຍຊີວິດ----------------//--------------ວັນທີ 22 ກຸມພາ 2025ນີ້, ເກີດເຫດລະເບີດບໍ່ທັນແຕກທີ່ຕົກຄ້າງຢ...
24/02/2025

ໄປຂຸດ ຫອຍ ລະເບີດແຕກໃສ່ ເສຍຊີວິດ
----------------//--------------
ວັນທີ 22 ກຸມພາ 2025ນີ້, ເກີດເຫດລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໜ້າດິນແຕກໃສ່ປະຊາຊົນບ້ານເວີນ ເມືອງມະຫາໄຊ ແຂວງຄຳມ່ວນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບສາຫັດ 1 ຄົນ ຖືກນຳສົ່ງໂຮງໝໍ.
ຜູ້ຢູ່ໃນເຫດການເລົ່າວ່າ: ມື້ເກີດເຫດ ເປັນມື້ທີ່ປະຊາຊົນຊາວບ້ານໂຮມຕົວກັນຫາປາໜອງລວມຂອງບ້ານ ຢູ່ໜອງບົວ. ເມືອງມະຫາໄຊ. ຈຸດທີ່ເກີດເຫດແມ່ນຢູ່ແຄມໜອງ ໂດຍຜູ້ຍິງທີ່ເສຍຊີວິດ ແລະ ບາດເຈັບນັ້ນໄດ້ພາກັນໃຊ້ສຽມເຊາະຫາຫອຍ ແລ້ວຖືກລະເບີດແຕກໃສ່.
ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ໄດ້ຮັບເຄາະຮ້າຍດ້ວຍ.

ພາບ: ຄຳໝັ້ນ ໄຊຍະແສງ

🇱🇦 ນະຄອນຫລວງວຽງຈັນ----------//-------------ນໍ້າສືບຕໍ່ຖ້ວມບາງເຂດໃນເມືອງຫາດຊາຍຟອງ ສ່ວນຕົວເມືອງຍັງຄົງ ເຝົ້າລະວັງຕໍ່ໄປ 🥺 14/...
14/09/2024

🇱🇦 ນະຄອນຫລວງວຽງຈັນ
----------//-------------
ນໍ້າສືບຕໍ່ຖ້ວມບາງເຂດໃນເມືອງຫາດຊາຍຟອງ ສ່ວນຕົວເມືອງຍັງຄົງ ເຝົ້າລະວັງຕໍ່ໄປ 🥺 14/09/2024
Cr.NOUZ Trip

ພາບຄວາມເສຍຫາຍ ແລະ ຜົນກະທົບຕໍ່ຊີວິດ-ຊັບສິນຂອງປະຊາຊົນ ພາຍຫຼັງນໍ້າຫຼຸດ ແລະ ແຫ້ງລົງຄົງເຫຼືອແຕ່ຄວາມເສຍຫາຍຢ່າງໜັກໜ່ວງ. —Pic. P...
14/09/2024

ພາບຄວາມເສຍຫາຍ ແລະ ຜົນກະທົບຕໍ່ຊີວິດ-ຊັບສິນຂອງປະຊາຊົນ ພາຍຫຼັງນໍ້າຫຼຸດ ແລະ ແຫ້ງລົງຄົງເຫຼືອແຕ່ຄວາມເສຍຫາຍຢ່າງໜັກໜ່ວງ.

Pic. Phonesay Inthongsay

ອະວະສານຂອງແກ້ມ   #ແມ່ພະຍາດ ໃນທ້ອງຕັກແຕນທຳມະຊາດ
06/10/2023

ອະວະສານຂອງແກ້ມ #ແມ່ພະຍາດ ໃນທ້ອງຕັກແຕນທຳມະຊາດ

ເຫດໂຈນເສຍຊີວິດ  ຍ້ອນຖືກເຈົ້າຂອງຊັບຍິງ--------------ວັນທີ 3 ຕຸລາ 2023, ທ່ານ ພັທ ປັນຍາ ແສງວິຈິດ ຮອງກອງບັນຊາການແຂວງບໍ່ແກ້ວ ...
03/10/2023

ເຫດໂຈນເສຍຊີວິດ ຍ້ອນຖືກເຈົ້າຂອງຊັບຍິງ
--------------
ວັນທີ 3 ຕຸລາ 2023, ທ່ານ ພັທ ປັນຍາ ແສງວິຈິດ ຮອງກອງບັນຊາການແຂວງບໍ່ແກ້ວ ໄດ້ລາຍງານຊີ້ແຈງວ່າເຫດໄວລຸ້ນ 2 ຄົນ ຖືກຍິງເສຍຊີວິດ ຢູ່ບ້ານປາກງາວ ເມືອງຫ້ວຍຊາຍ ວ່າ: ເຊົ້າມືດເວລາປະມານ 2-3 ໂມງ ຂອງວັນທີ 10 ກັນຍາ 2023 ຜ່ານມາ, ມີຄົນຮ້າຍເຂົ້າມາງັດເຮືອນປະຊາຊົນ ສາມາດລັກລົດຈັກເວບຮ້ອຍ ສີແດງດຳ ໄດ້ 1 ຄັນ, ຕໍ່ ມາລັກງັດຮ້ານຂາຍເຄື່ອງຍ່ອຍຂອງພະນັກງານລັດ ໃນຂະນະນັ້ນເຈົ້າຂອງຮ້ານໄດ້ຍິນສຽງຈຶ່ງລຸກມາເບິ່ງພ້ອມທັງເອົາປືນ AK ທີ່ການຈັດຕັ້ງມອບໃຫ້ໄວ້ປ້ອງກັນຕົວ ແລະມາພົບເຫັນຄົນຮ້າຍ ຂະນະດຽວກັນຄົນຮ້າຍຮູ້ຕົວຈຶ່ງຈັບມີດແລ່ນເຂົ້າມາເພື່ອແທງໃສ່ເຈົ້າຂອງຮ້ານ, ເມື່ອເຫັນແນວນັ້ນ ເຈົ້າຂອງຮ້ານຈຶ່ງຈັບປືນແນໃສ່ແຕ່ບໍ່ໄດ້ຍິງ ເຮັດໃຫ້ຄົນຮ້າຍແລ່ນກັບອອກໄປຫາພັກພວກ.

ຈາກນັ້ນ, ມີພັກພວກຄົນຮ້າຍອີກຄົນ 1 ແລ່ນເອົາປືນສັ້ນມາຊິຍິງໃສ່ເຈົ້າຂອງຮ້ານ ແລະ ເຈົ້າຂອງຮ້ານ ກໍໄດ້ຍິງປຶນສວນປ້ອງກັນໂຕ 1 ນັດ ບໍ່ຮູ້ວ່າຖືກ ຫລື ບໍ່, ດັ່ງນັ້ນຄົນຮ້າຍໄດ້ຂີ່ລົດໜີໄປເພື່ອຫວັງເອົາຕົວຫລົບໜີ ມູ່ງໜ້າໄປທາງເທສະບານເມືອງຫ້ວຍຊາຍ, ທັງນີ້ທັງນັ້ນເຈົ້າຂອງຮ້ານກໍໄດ້ຍິງປືນໃສ່ອີກ 1 ນັດ ບໍ່ຮູ້ວ່າຖືກ ຫລື ບໍ່. ເຊົ້າມື້ຕໍ່ມາມີປະຊາຊົນທີ່ແລ່ນລົດໂດຍສານພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ລົງກວດກາ ພົບຜູ້ເສຍຊີວິດເພດຊາຍ 2 ຄົນ.

ພາຍຫລັງເຈົ້າໜ້າທີ່ສືບສວນ-ສອບສວນ ຮູ້ວ່າ: ຜູ້ທີ 1 ຊື່ທ້າວ ຊົວວາງ ອາຍຸ 20 ປີ ຢູ່ບ້ານໄຊພັດທະນາ ເມືອງເມິງ ແຂວງບໍ່ແກ້ວ; ຜູ້ທີ 2 ຊື່ ທ້າວປໍລີ ອາຍຸ 20 ປີ ຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງຄົນຮ້າຍທີ່ເສຍຊີວິດ 2 ຄົນ ແມ່ນເປົ້າໝາຍເຄື່ອນໄຫວລັກຊັບພົນລະເມືອງຢູ່ຫລາຍຈຸດຫລາຍບ່ອນ ທີ່ມີຄຳສັ່ງຈັບຕົວຈາກອົງການໄອຍະການປະຊາຊົນ ແຂວງບໍ່ແກ້ວ ແຕ່ຍັງບໍ່ສາມາດຈັບຕົວໄດ້.

ຂໍ້ມູນ: ປກສ ແຂວງບໍ່ແກ້ວ

ເຫດຄົນຖືກຍິງ ຢູ່ຮ້ານກິນດື່ມ ເຂດບ້ານພະຂາວ ເມືອງໄຊທານີໃນຕອນເຊົ້າມືດເວລາ3:10 AM ຂອງວັນທີ3 ຕຸລາ 2023 ນີ້ ໜ່ວຍກູ້ໄພສຸກເສີນອົງ...
03/10/2023

ເຫດຄົນຖືກຍິງ ຢູ່ຮ້ານກິນດື່ມ ເຂດບ້ານພະຂາວ ເມືອງໄຊທານີ
ໃນຕອນເຊົ້າມືດເວລາ3:10 AM ຂອງວັນທີ3 ຕຸລາ 2023 ນີ້ ໜ່ວຍກູ້ໄພສຸກເສີນອົງການກາແດງແຫ່ງຊາດລາວໄດ້ຮັບແຈ້ງເຫດວ່າ: ມີຄົນຖືກຍິງຢູ່ຖະໜົນແຖວບ້ານພະຂາວ ເມືອງໄຊທະນີ ນະຄອນຫຼວງວຽງຈັນ ເປັນເພດຊາຍ ອາຍຸປະມານ21ປີ.

ເມື່ອໜ່ວຍກູ້ໄພ ໄປຮອດຈຸດທີ່ໄດ້ຮັບແຈ້ງກໍພົບຜູ້ບາດເຈັບ1ຄົນມີສະຕິ ແລະ ບາດແຜຖືກຍິງຢູ່ດ້ານຫຼັງຊອດອອກໜ້າທ້ອງ. ດັ່ງນັ້ນ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອປະຖົມພະຍາບານແລ້ວນຳສົ່ງໂຮງໝໍມິດຕະພາບ (150ຕຽງ).

ຈາກການບອກເລົ່າຂອງໝູ່ທີ່ຢູ່ນຳກັນບອກວ່າຕົນເອງ ແລະໝູ່ໄດ້ໄປນັ່ງກິນຢູ່ຮ້ານກິນດື່ມແຫ່ງໜຶ່ງຢູ່ເຂດບ້ານພະຂາວ ເມືອງໄຊທານີ ແລະໄດ້ມີໂຕະທີ່ຢູ່ທາງຂ້າງໂຕະຕົນເອງຜິດທະເລາະວິວາດກັນແລ້ວມີສຽງປືນດັງຂຶ້ນປະກົດວ່າໝູ່ຂອງຕົນເອງໄດ້ຖືກລູກຫຼົງຈາກການຖືກຍິງໂດຍບໍ່ຮູ້ໂຕ. ຕົນເອງເລີຍຂັບລົດຈັກຊ້ອນໝູ່ທີ່ຖືກຍິງໜີອອກມາຈາກຮ້ານດັ່ງກ່າວຈົນມາຮອດບ່ອນນັ່ງຖ້າລົດເມຂ້າງປ້ຳນ້ຳມັນເຊື້ອໄຟອິນດູຈີນ ບ້ານພະຂາວ ເມືອງໄຊທານີ ໝູ່ເກີດອາການບໍ່ໄຫວແລະເສຍເລືອດ ຈຶ່ງໄດ້ໂທຂໍຄວາມຊ່ວຍເຫຼືອຈາກໜ່ວຍກູ້ໄພເພື່ອນຳສົ່ງໂຮງໝໍ.

ຜີປ່າເຂົ້າ ຜີເຮືອນພັດຊ້ຳຕື່ມໂຄວິດຜ່ານໄປ ຍັງມາເມື່ອຍໃຈກັບເສດຖະກິດແລ້ວຍັງມາຕໍ່ນ້ຳຖ້ວມ  ເອົາສູ້ໆພີ່ນ້ອງຊາວລາວເຮົາ
11/08/2023

ຜີປ່າເຂົ້າ ຜີເຮືອນພັດຊ້ຳຕື່ມ
ໂຄວິດຜ່ານໄປ ຍັງມາເມື່ອຍໃຈກັບເສດຖະກິດ
ແລ້ວຍັງມາຕໍ່ນ້ຳຖ້ວມ ເອົາສູ້ໆພີ່ນ້ອງຊາວລາວເຮົາ

09/08/2023

ເວົ້າຖືກໃຈອີ່ຫລີ່ #ເລື່ອງກຽດສັກສີນີ້

ที่อยู่

Amphoe Si Chiang Mai

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ເກີບແຕະແຊຣ໌ຂ່າວผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

แชร์

ประเภท