18/02/2026
ບາງຄັ້ງ... ເຮົາກໍແຄ່ຢາກພາຕົວເອງອອກໄປບ່ອນໃດສັກບ່ອນ ບ່ອນທີ່ບໍ່ຕ້ອງຟ້າວ, ບ່ອນທີ່ປ່ອຍໃຫ້ຄວາມຄິດໄດ້ເດີນທາງໄປຊ້າໆ. 🚂✨
ການເດີນທາງໄປຫຼວງພະບາງຄັ້ງນີ້ຜ່ານ 'ລົດໄຟລາວ-ຈີນ' ໃຫ້ຄວາມຮູ້ສຶກທີ່ພິເສດກວ່າທຸກຄັ້ງ. ມັນບໍ່ແມ່ນແຕ່ຄວາມສະດວກສະບາຍ, ແຕ່ມັນຄືຊ່ວງເວລາທີ່ເຮົາໄດ້ເຫັນໂລກທີ່ວຸ່ນວາຍຄ່ອຍໆຊ້າລົງ ແລະ ເຊື່ອມຕໍ່ເຮົາເຂົ້າຫາຮາກເຫງົ້າຂອງວັດທະນະທຳທີ່ງົດງາມ.
ມໍລະດົກໂລກອາດຈະຢູ່ທີ່ນີ້ມາຫຼາຍສິບປີ ຫຼຶ ຮ້ອຍໆປີ... ແຕ່ການເດີນທາງຄັ້ງນີ້ເຮັດໃຫ້ເລື່ອງລາວຂອງມັນໃກ້ຊິດກັບຫົວໃຈຂອງຂ້ອຍຫຼາຍຂຶ້ນ. 🧡
ມາຮ່ວມສ້າງຄວາມຊົງຈຳທີ່ໜ້າປະທັບໃຈໄປນຳກັນເດີ້ທຸກຄົນ!
#ທ່ຽວກັບຊາຍ #ຫຼວງພະບາງ "