25/08/2024
ບໍ່ຮູ້ດອກວ່າຄວາມສຳເລັດມັນຈະຢູ່ຈຸດໃດ
ຂໍແຄ່ມີຄວາມສຸກກັບທຸກກ້າວທີ່ຍ່າງເດີນກໍພໍແລ້ວ
ແມ່ນວ່າຄວາມສຳເລັດມັນຈະຍັງອີກຍາວໄກ
ຂໍແຄ່ເຮົາບໍ່ລົດລະຄວາມຕັ້ງໃຈ ສັກວັນໜຶ່ງຄົງໄປເຖິງ
ບໍ່ມີສິ່ງໄດ້ມາໂດຍປາສະຈາກຄວາມພະຍາຍາມ
ຄວາມພາກພຽນ ຮຽນຮູ້ ຝຶກຝົນ ລອງຜິດລອງຖືກ ຜິດຫວັງ ລົ້ມເຫຼວ ຄືສ່ວນປະກອບຂອງຄວາມສຳເລັດ.
25/4/2024