Amazing laos

Amazing laos Shlimon

11/12/2025
21/10/2025
02/10/2025

10 ສິນຄ້າທີ່ ສປປລາວ ນໍາເຂົ້າຫຼາຍທີ່ສຸດ ໃນປີ 2024
-----------------------------------------------------
1. ນໍ້າມັນກາຊວນ ກວມເອົາ (12.64%) ມູນຄ່າ 1,060 ລ້ານກວ່າໂດລາ
2. ພາຫະນະທາງບົກ ກວມເອົາ (ນອກຈາກລັດຈັກ, ລົດໄຖ) (9.59%) ມູນຄ່າ 804 ລ້ານກວ່າໂດລາ
3. ອຸປະກອນກົນຈັກ ກວມເອົາ (ນອກຈາກກົນຈັກພາຫະນະ) (8.74%) ມູນຄ່່າ 733 ລ້ານກວ່າໂດລາ
4. ຜະລິດຕະພັນເຄມີປະສົມສຳເລັດຮູບ ກວມເອົາ (5.55%) ມູນຄ່າ 465 ລ້ານກວ່າໂດລາ
5. ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ກວມເອົາ (4.68%) ມູນຄ່າ 392 ລ້ານກວ່າໂດລາ
6. ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ກວມເອົາ (4.41%) ມູນຄ່າ 370 ລ້ານກວ່າໂດລາ
7. ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ກວມເອົາ (3.34%) ມູນຄ່າ 280 ລ້ານກວ່າໂດລາ
8. ເຫຍື່ອໄມ້ ແລະ ເສດເຈ້ຍ ກວມເອົາ (2.97%) ມູນຄ່າ 248 ລ້ານກວ່າໂດລາ
9. ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ນໍ້າຊູກຳລັງ...) ກວມເອົາ (2.82%) ມູນຄ່າ 236 ລ້ານກວ່າໂດລາ
10. ນໍ້າມັນແອັດຊັງ ແລະ ແອັດຊັງພິເສດ ກວມເອົາ (2.82%) ມູນຄ່າ 236 ລ້ານກວ່າໂດລາ

ຂໍ້ມູນ: ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ
--------------
ອ່ານລະອຽດເພີ່ມຕື່ມທີ່: https://laoedaily.com.la/2024/10/17/137143/
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ:
https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່:
https://www.youtube.com/channel/UCjtOePaRAtTLufe1-lxwmrg
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

🌟 10 Leadership Skills Everyone Should Have in 2025, Whether You're a Leader or Not 🌟In this era, "Leadership Skills" ar...
29/08/2025

🌟 10 Leadership Skills Everyone Should Have in 2025, Whether You're a Leader or Not 🌟

In this era, "Leadership Skills" aren't limited to those in leadership positions anymore. Everyone needs to have these skills to increase efficiency in teamwork. Here are "10 Leadership Skills" that SkillLane thinks everyone should have:

1. Continuous Learning: Don't stop developing yourself. Stay updated on trends and work habits. Constantly improve yourself and encourage others to do the same.

2. Flexibility in Change: Be able to adapt to changes and handle them well. Lead your teammates to overcome changes efficiently.

3. Understanding the Big Picture: Not just leaders need to do this, but understanding the overall team workflow will help you work more cohesively and collaboratively.

4. Problem-Solving: Have skills in solving problems and communicate solutions effectively to others. Provide efficient guidance.

5. Showing Confidence in Teammates: Trust builds a positive work atmosphere and motivates each other.

6. Having a Broad Vision: Make decisive decisions. Collaborate and contribute to decision-making to support leaders in setting clear goals and strategic planning.

7. Being Trustworthy and Honest: Regardless of position, "honesty" builds trust and sets an example for the team.

8. Good Interpersonal Skills: Build positive relationships with everyone. Unite coworkers, remain neutral, and avoid bias, creating a comfortable work environment.

9. Effective Communication: Communicate clearly, directly, and persuasively. Most importantly, be respectful and considerate of the listener.

10. Emotional Intelligence: This skill is crucial. It's not just about working hard but understanding and empathizing with everyone, building trust, and redu

15/08/2025

👏 ຄະນະຈັດຕັ້ງສູນກາງພັກ ອອກແຈ້ງການ ສະບັບເລກທີ 1344/ຄຈສພ, ລົງວັນທີ ວັນທີ 13 ສິງຫາ 2025 ເຖິງ: ເຈົ້າຄອງນະ ຄອນຫຼວງວຽງຈັນ ເຈົ້າແຂວງ ໃນທົ່ວປະເທດ,​ ເລື່ອງ: ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງທ້ອງຖິ່ນ.

ຄະນະຈັດຕັ້ງສູນກາງພັກ ຂໍຖືເປັນກຽດແຈ້ງມາຍັງ ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ໃນທົ່ວປະເທດ ກ່ຽວກັບການຈັດຕັ້ງປະຕິບັດບາງວຽກງານຂອງອົງການປົກຄອງທ້ອງຖິ່ນ ດັ່ງນີ້:

1. ການຂຽນຕົວອັກສອນຫຍໍ້ຂອງຄະນະກຳມະການປົກຄອງແຕ່ລະຂັ້ນ:
1) ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ຂຽນວ່າ "ຄປນວ";
2) ຄະນະກຳມະການປົກຄອງແຂວງ ຂຽນວ່າ "ຄປຂ";
3) ຄະນະກຳມະການປົກຄອງເມືອງ ຂຽນວ່າ "ຄປມ";
4) ຄະນະກຳມະການປົກຄອງນະຄອນ ຂຽນວ່າ “ຄປນ";
5) ຄະນະກຳມະການປົກຄອງຕາແສງ ຂຽນວ່າ “ຄປຕ".

2. ການແຕ່ງຕັ້ງ ປະທານ, ຮອງປະທານຄະນະກຳມະການປົກຄອງຂັ້ນເມືອງ:
1) ໃຫ້ແຕ່ງຕັ້ງ ຮັກສາການເຈົ້າເມືອງ, ເຈົ້ານະຄອນ ມາເປັນປະທານຄະນະກຳມະການປົກຄອງເມືອງ, ນະຄອນ ພາຍຫຼັງສະພາປະຊາຊົນຂັ້ນແຂວງພິຈາລະນາ, ຮັບຮອງເອົາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025;

2) ສໍາລັບຮັກສາການເຈົ້າເມືອງ, ເຈົ້ານະຄອນ ທີ່ສະພາປະຊາຊົນຂັ້ນແຂວງ ຍັງບໍ່ທັນໄດ້ຮັບຮອງເອົານັ້ນ ໃຫ້ແຕ່ງຕັ້ງເປັນ ຮັກສາການປະທານຄະນະກຳມະການປົກຄອງເມືອງ, ນະຄອນ;

3) ຮອງເຈົ້າເມືອງ, ຮອງເຈົ້ານະຄອນ ກໍໃຫ້ແຕ່ງຕັ້ງຄືນໃໝ່ ເປັນຮອງປະທານຄະນະກຳມະການປົກຄອງເມືອງ, ນະຄອນ;

4) ໃນເວລາບໍ່ທັນປ່ຽນຊື່ເອີ້ນຈາກ ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ເປັນ ປະທານຄະນະກຳມະການ ປົກຄອງນະຄອນຫຼວງວຽງຈັນ, ປະທານຄະນະກຳມະການປົກຄອງແຂວງນັ້ນ ແມ່ນມອບໃຫ້ ເຈົ້າຄອງ ນະຄອນຫຼວງວຽງຈັນ, ເຈົ້າແຂວງ ລົງລາຍເຊັນແຕ່ງຕັ້ງ ປະທານຄະນະກຳມະການປົກຄອງເມືອງ, ນະຄອນໄດ້ ພາຍຫຼັງສະພາປະຊາຊົນຂັ້ນແຂວງຮັບຮອງ.

3. ຕຳແໜ່ງບໍລິຫານຂອງປະທານ, ຮອງປະທານຄະນະກຳມະການປົກຄອງເມືອງ, ນະຄອນ:
ກ່ອນບໍ່ທັນມີນິຕິກຳ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແມ່ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຕາມຕຳແໜ່ງທີ່ກ່າວມາຂ້າງເທິງ ສືບຕໍ່ຮັບນະໂຍບາຍຕາມຕຳແໜ່ງບໍລິຫານທີ່ເຄີຍໄດ້ຮັບຜ່ານມາ.

4. ການຂຽນຊື່ຕຳແໜ່ງຜູ້ເຊັນເອກະສານ ຂອງຄະນະກຳມະການປົກຄອງແຕ່ລະຂັ້ນ:
1) ຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ: ແຖວທີໜຶ່ງ ໃຫ້ຂຽນວ່າ ຕາງໜ້າ ຄະນະກຳມະການ ປົກຄອງນະຄອນຫຼວງ, ແຂວງ; ແຖວທີສອງ ໃຫ້ຂຽນວ່າ ປະທານ ຫຼື ຮອງປະທານ, ກຳມະການ ຜູ້ທີ່ໄດ້ຮັບການມອບໝາຍ;

ຕົວຢ່າງ: ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງ.​
ປະທານ/ຮອງປະທານ/ກຳມະການ.​

2) ຄະນະກຳມະການປົກຄອງເມືອງ, ນະຄອນ: ແຖວທີໜຶ່ງ ໃຫ້ຂຽນວ່າ ຕາງໜ້າ ຄະນະກຳມະການປົກຄອງ ນະຄອນເມືອງ, ນະຄອນ; ແຖວທີສອງ ໃຫ້ຂຽນວ່າ ປະທານ ຫຼື ຮອງປະທານ, ກຳມະການ ຜູ້ທີ່ໄດ້ຮັບການ ມອບໝາຍ;

ຕົວຢ່າງ: ຕາງໜ້າ ຄະນະກຳມະການປົກຄອງເມືອງ.​
ປະທານ/ຮອງປະທານ/ກຳມະການ.​

3) ຄະນະກຳມະການປົກຄອງຕາແສງ: ແຖວທີໜຶ່ງ ໃຫ້ຂຽນວ່າ ຕາງໜ້າ ຄະນະກຳມະການປົກຄອງຕາແສງ; ແຖວທີສອງ ໃຫ້ຂຽນວ່າ ປະທານ ຫຼື ຮອງປະທານ, ກຳມະການ ຜູ້ທີ່ໄດ້ຮັບການມອບໝາຍ;

ຕົວຢ່າງ: ຕາງໜ້າ ຄະນະກຳມະການປົກຄອງຕາແສງ.​
ປະທານ/ຮອງປະທານ/ກຳມະການ.​

5. ການລົບລ້າງຕາປະທັບບ້ານ:
ພາຍຫຼັງສຳເລັດການສ້າງຕັ້ງຕາແສງແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນຮີບຮ້ອນສັງລວມ, ເກັບກຳຈຳນວນຕາປະທັບຂອງບ້ານ ໃຫ້ຄົບຖ້ວນ ແລ້ວສະເໜີຫາກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຖອນຄືນ ແລະ ລຶບລ້າງຕາປະທັບຂອງ ນາຍບ້ານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 24 ຂອງດຳລັດວ່າດ້ວຍຕາປະທັບ ສະບັບເລກທີ 322/ລບ, ລົງວັນທີ 01 ຕຸລາ 2018. ສຳລັບຕາປະທັບເບື້ອງພັກຂອງບ້ານ ສາມາດນໍາໃຊ້ປົກກະຕິໃນການເຄື່ອນໄຫວວຽກງານ ຂອງພັກ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

11/08/2025
27/06/2025
27/06/2025
✨ອົງປະກອບຂອງແຜນການຕະຫຼາດ✨1. ຂໍ້ມູນພາບລວມບໍລິສັດ✅ໃນແຜນການຕະຫຼາດສະພາບລວມຂອງບໍລິສັດແມ່ນຄ້າຍຄືການສະຫຼຸບຮູບພາບລວມຂອງອົງກອນເຊິ...
20/04/2025

✨ອົງປະກອບຂອງແຜນການຕະຫຼາດ✨

1. ຂໍ້ມູນພາບລວມບໍລິສັດ✅
ໃນແຜນການຕະຫຼາດສະພາບລວມຂອງບໍລິສັດແມ່ນຄ້າຍຄືການສະຫຼຸບຮູບພາບລວມຂອງອົງກອນເຊິ່ງປະກອບມີ:
ຊື່ບໍລິສັດ, ທີ່ຢູ່ຂອງສໍານັກກງານ, ພັນທະກິດຂອງບໍລິສັດ, ກຸ່ມຜະລິດຕະພັນ
ເພື່ອສະຫຼຸບຂໍ້ມູນກ່ຽວກັບທຸລະກິດແບບສັ້ນໆ ຊ່ວຍໃຫ້ເຮົາໄດ້ແບ່ງກຸ່ມເປົ້າໝາຍໃນທີມໄດ້ຊັດເຈນຍິ່ງຂຶ້ນ ແລະ ກຽມແຜນການຕະຫຼາດເພື່ອຕອບໂຈດສະເພາະໃນແຕ່ລະກຸ່ມຜະລິດຕະພັນ

2. ການວິເຄາະລູກຄ້າ ✅
ການວິເຄາະລູກຄ້າ ມີຄວາມສຳຄັນຫຼາຍໃນການທຳຄວາມເຂົ້າໃຈ ເຊິ່ງຖ້າໄດ້ມີການວິໄຈການຕະຫຼາດຢ່າງລະອຽດມາກ່ອນຈະເຮັດໃຫ້ເຮົາສາມາດຮວບຮວມຂໍ້ມູນໄດ້ງ່າຍຂຶ້ນ ເພາະວ່າໄດ້ທຳຄວາມເຂົ້າໃຈກັບກຸ່ມເປົ້າໝາຍເບື້ອງຕົ້ນແລ້ວ ເຊິ່ງງສ່ວນປະກອບມີຂໍ້ມູນເຫຼົ່ານີ້ເຊັ່ນ: ອາຍຸ, ທີ່ຢູ່, ຊື່, ເປົ້າໝາຍຄວາມທ້າທາຍສ່ວນໂຕ.

3. ການວິເຄາະຄູ່ແຂ່ງ✅
ໃນການເຮັດທຸລະກິດໃດໜຶ່ງຄົງໜີບໍ່ພົ້ນເລື່ອງຄູ່ແຂ່ງ ແລະ ແນ່ນອນວ່າຜູ້ຊື້ມີທາງເລືອກໃນການຊອກຫາຄົນທີ່ສາມາດແກ້ໄຂບັນຫາໃຫ້ກັບພວກເຂົາໄດ້ ດັ່ງນັ້ນ ການວິໄຈການຕະຫຼາດຄວນພິຈາລະນາເຖິງຄູ່ແຂ່ງວ່າແມ່ນຫຍັງທີ່ພວກເຂົາເຮັດໄດ້ດີ ແລະ ແມ່ນຫຍັງທີ່ເປັນຊ່ອງຫວ່າງໃຫ້ເຮົາສາມາດເຕັມໄດ້ເຊິ່ງອາດຈະລວມໄປເຖິງເຊັ່ນ
ການວາງຕຳແໜ່ງທາງການຕະຫຼາດ, ສ່ວນແບ່ງການຕະຫຼາດໃນອຸດສາຫະກຳ, ສິ່ງທີ່ເຮົາສາມາດມອບໃຫ້ລູກຄ້າເພີ່ມຕື່ມໄດ້ ແລະ ເລື່ອງລາຄາ

4.ການວິເຄາະSWOT✅
ໃນແຜນການຕະຫຼາດຂໍ້ມູນພາບລວມຂອງບໍລິສັດຍັງລວມໄປເຖິງການວິເຄາະ SWOT ເຊິ່ງປະກອບໄປດ້ວຍ ຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ຄວາມສ່ຽງທີ່ຈະເກີດຂຶ້ນກັບທຸລະກິດ

5 ກົນລະຍຸດການຕະຫຼາດ✅
ກົນລະຍຸດທາງການຕະຫຼາດແບບເຕັມຈະປະກອບໄປດ້ວຍ “7 ps”
ຜະລິດຕະພັນ(Product), ລາຄາ (Price), ສະຖານທີ່(Place), ການສົ່ງເສີມການຂາຍ (Promotion), ຄົນ(People), ຂະບວນການ(Process), ສິ່ງແວດລ້ອມທາງກາຍະພາບ(Physical Evidence)

6. ງົບປະມານ✅
ງົບປະມານໃນນີ້ໝາຍເຖິງຈຳນວນເງິນທີ່ໄດ້ຈັດສັນໃຫ້ກັບທີມງານການຕະຫຼາດເພື່ອດຳເນີນການຕາມແຜນ ແລະ ເປົ້າໝາຍທີ່ໄດ້ວາງເອົາໄວ້ເຊິ່ງຂຶ້ນຢູ່ກັບວ່າເຮົາມີລາຍຈ່າຍເທົ່າໃດຄວນພິຈາລະນາງົບປະມານຈາກຄ່າໃຊ້ຈ່າຍຫຼັກໆທີ່ຕ້ອງການຈ່າຍຕົວຢ່າງເຊັ່ນ:
ການຈ້າງວຽກ, ຊອບແວການຕະຫຼາດ, ການເຮັດໂຄສະນາ ແລະ ຈັດໂປຣໂມຊັນ, ກິດຈະກຳຕ່າງໆ

7. ຊ່ອງທາງການຕະຫຼາດ✅
ຊ່ອງທາງການຕະຫຼາດຂອງເຮົາເປັນພື້ນທີ່ໃນການເຜີຍແຜ່ເນື້ອຫາທີ່ໃຫ້ຂໍ້ມູນ ແລະ ຄວາມຮູ້ ກັບຜູ້ຊື້ ສ້າງໂອກາດໃນການຂາຍ ແລະ ເພີ່ມການຮັບຮູ້ຂອງແບຣນ ຂອງເຮົາຖ້າຫາກຕ້ອງການເຜີຍແຜ່ຄອນເທັ້ນໃນໂຊຊ່ຽວ Maedia ຫຼື ພື້ນທີ່ໃນການສົນທະນາເຊິ່ງເຮົາຄວນໃສ່ຊ່ອງທາງການຕະຫຼາດ

14/04/2025

Address

7A
Vientiane
N/A

Telephone

+8562028547483

Alerts

Be the first to know and let us send you an email when Amazing laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Amazing laos:

Share

Category