29/12/2021
#ຜູ້ຫຍ້າຄາດິນແດນອັນສັກສິດທີ່ເປັນໄດ້ຫຼາຍກວ່າແຫຼ່ງທ່ອງທ່ຽວສຳລັບບາງຄົນ.
ນັບວ່າເປັນເລື່ອງທີ່ດີທີ່ຂ້າພະເຈົ້າໄດມາທ່ຽວຊົມ ແລະ ດູດດຶມກັບພາບທິວທັດສະນິຍະພາບແຫ່ງພູຫຍ້າຄາທີ່ຕັ້ງຢູ່ອັນໄກໂພນ ຫ່າງ ຈາກຄວາມຈະເລີນ ແລະ ໄຟແສງສີນິອອນ ຫ່າງຈາກຕົວເມືອງ ແລະ ຄວາມວຸ້ນວາຍ. ສຳລັບຂ້າພະເຈົ້າແລ້ວ, ສະຖານທີ່ແຫ່ງນີ້ເປັນໄດ້ຫຼາຍກວ່າແຫຼ່ງທ່ອງທ່ຽວ. ທັງທິວທັດ, ລັກສະນະອັນພິເສດທີ່ເປັນເອກະລັກ, ຄວາມອຸດົມສົມບູນຂອງຕົ້ນໄມ້ໃບຫຍ້າ, ສັດປ່າ ແລະ ຊີວະນາໆພັນທີ່ສົມຄວນໄດ້ຮັບການອະນຸລັກເພື່ອເຮັດໃຫ້ຄວາມອຸດົມສົມບູນນີ້ຍັງຢູ່ຢ່າງຍືນຍົງຈົນຮອດລຸ້ນລູກຫຼານ. ອີກຢ່າງ, ສຳລັບຂາພະເຈົ້າແລ້ວສະຖານທີ່ແຫ່ງນີ້ເປັນເໝືອນດັ່ງສະຫວັນ ແລະ ບ່ອນສະງົບສະຕິອາລົມ ແລະ ເປັນບ່ອນພັກຜ່ອນດ້ານຈິດວິນຍານ, ເຖິງແມ່ນວ່າການໄປທີ່ນັ້ນຈະສາມາດເຮັດໄດ້ດ້ວຍການຍ່າງພຽງດຽວ ແລະ ໃຊ້ເວລາຍ່າງເປັນເວລາຫຼາຍກວ່າ 5 ຊົ່ວໂມງກໍ່ຕາມ, ກໍ່ບໍ່ສາມາດເຮັດໃຫ້ຈິດໃຈຫວັ່ນໄຫວ. ການພິສູດທີ່ດີທີ່ສຸດສຳລັບຂ້າພະເຈົ້າແມ່ນ ການໄດ້ມາຢ້ຽມຊົມສະຖານທີ່ດັ່ງກ່າວນີ້ເປັນເວລາ 2 ຄັ້ງແລ້ວ ແລະ ຈິດໃຈຍັງໂຫຍຫາທີ່ຈະກັບໄປອີກຄັ້ງ. ເວົ້າໄດ້ເລີຍວ່າພາບ ແລະ ທິວທັດຕົວຈິງບໍ່ສາມາດອະທິບາຍອອກເປັນຄຳເວົ້າໄດ້, ແຕ່ວ່າພາບບາງສ່ວນທີ່ໄດ້ເກັບໃນໂພດສ໌ນີ້ສາມາດເຮັດໃຫ້ທ່ານເຫັນບາງຈຸດທີ່ສຳຄັນ.
#ພູຫຍ້າຄາ, ດິນແດນອັນສັກສິດນີ້ຍັງຕ້ອງການການຄົ້ນພົບຂອງທ່ານ ແລະ ສະຖານທີ່ແຫ່ງນີ້ຕ້ອງການຄວາມຊ່ວຍເຫຼືອຈາກທ່ານໂດຍສະເພາະແມ່ນການອະນຸລັກສັດປ່າ ແລະ ຊີວະນາໆພັນເພື່ອໃຫ້ມີຄວາມຍືນຍົງຈົນຮອດລຸ້ນລູກຫຼານຂອງພວກເຮົາ, ນັ້ນບໍ່ແມ່ນແຕ່ພຽງພູຫຍ້າຄາ ແຕ່ຫຼາຍບ່ອນ ຫຼື ສະຖານທີ່ອື່ນກໍ່ຕ້ອງການຄວາມຊ່ວຍຂອງທ່ານເຊັ່ນກັນເພື່ອຫັນໃຫ້ເປັນພື້ນທີ່ສີຂຽວ. ອະນາຄົດຂຶ້ນຢູ່ກັບທາງເລືອກ ແລະ ການລົງມືປະຕິບັດຂອງພວກເຮົາໃນຕອນນີ້. ຂໍຂອບໃຈ...ຝາກກົດໄລຄ໌ ກົດແຊຣ໌ ແລະ ກົດຕິດຕາມເພດຈ໌ຂອງພວກເຮົາແດ່.