Phonmee High School

Phonmee High School Pern Wedding Studio Phonmee

ຂໍຊົມເຊີຍນັກຮຽນເກັ່ງຂໍຊົມເຊີຍນັກຮຽນເກັ່ງ ມ.ສ ໂພນໝີ ທີ່ສາມາດຍາດໄດ້ທີ່1ແລະທີ່2 ຂອງແຂວງວຽງຈັນ ໃນສາຍວິຊາພາສາລາວ,ພາສາອັງກິດ ແ...
01/04/2022

ຂໍຊົມເຊີຍນັກຮຽນເກັ່ງຂໍຊົມເຊີຍນັກຮຽນເກັ່ງ ມ.ສ ໂພນໝີ ທີ່ສາມາດຍາດໄດ້ທີ່1ແລະທີ່2 ຂອງແຂວງວຽງຈັນ ໃນສາຍວິຊາພາສາລາວ,ພາສາອັງກິດ ແລະ ວິຊາຄະນິດສາດ ມ.ສ ໂພນໝີ ທີ່ສາມາດຍາດໄດ້ ທີ່ 1 ແລະ ທີ່ 2 ຂອງແຂວງວຽງຈັນ ໃນສາຍວິຊາພາສາລາວ, ພາສາອັງກິດ ແລະ ວິຊາຄະນິດສາດ

05/10/2021

ເປີດໃຊ້ແລ້ວ! 🚀

ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດຖານຂໍ້ມູນການຮຽນ-ການສອນ ແບບ ດິຈິຕອລແຫ່ງຊາດ “ຄັງປັນຍາລາວ” ເປັນຄັ້ງທໍາອິດຂອງ ສປປລາວ ຢ່າງເປັນທາງການເພື່ອສະໜັບສະໜູນການຮຽນ ຂອງເດັກຊ່ວງພະຍາດໂຄວິດ -19 ລະບາດ.

“ຄັງປັນຍາລາວ” - ໄດ້ຮັບການພັດທະນາຂື້ນດ້ວຍ ການສະໜັບສະໜູນຂອງອົງການຢູນິເຊັບ, ໂດຍຮ່ວມມືກັບ ສະຫະພາບເອີຣົບ (EU) ແລະ ອົງການຄູ່ຮ່ວມງານທົ່ວໂລກເພື່ອການສຶກສາ (GPE) - ເປັນເວທີທີ່ມີຫຼາກຫຼາຍແຫຼ່ງຂໍ້ມູນການຮຽນຮູ້ທັງລະດັບຊາດ ແລະ ລະດັບສາກົນ .

ບໍ່ວ່າທ່ານຈະເປັນພໍ່ແມ່ຂອງເດັກ , ຄູອາຈານ ຫຼື ນັກຮຽນ, ຈົ່ງແນ່ໃຈວ່າທ່ານ ໄດ້ລົງທະບຽນ ໃນ “ຄັງປັນຍາລາວ” ຕັ້ງແຕ່ມື້ນີ້!

ຈົ່ງອ່ານເພີ່ມເຕີມໄດ້ທີ່ນີ້: https://uni.cf/2YiCCWU

ຈົ່ງດາວໂຫລດແອັບ 📱 ຫຼື ເຂົ້າໄປເວັບໄຊ້ 🖥️. “ຄັງປັນຍາລາວ”

ແອັບ 📱: https://bit.ly/3tGu3Q7

ເວັບໄຊ້: 🖥️: https://bit.ly/3gsAvX4

Launched! 🚀

The country’s first national digital teaching and learning platform, Khang Panya Lao, has been officially launched by the Ministry of Education and Sports (MoES) to support children’s learning during the COVID-19 pandemic.

Developed with the support of UNICEF in collaboration with the European Union (EU) and the Global Partnership for Education (GPE), Khang Panya Lao has a variety of national and international learning resources.

Whether you’re a parent to young children, a teacher or a student make sure you’ve registered for Khang Panya Lao today!

Read more here: https://uni.cf/3BfRYth

Download the app 📱 or visit the Khang Panya Lao website🖥️.

App 📱: https://bit.ly/3tGu3Q7
Website 🖥️: https://bit.ly/3gsAvX4

European Union in Laos Global Partnership for Education Aide et Action Laos Australia in Laos ChildFund Laos Humanity & Inclusion Lao PDR JICA Laos -ອົງການຮ່ວມມືສາກົນຍີ່ປຸ່ນ- Room to Read Laos Save the Children in Laos UNESCO Bangkok UNFPA Laos USAID Asia U.S. Embassy Vientiane World Bank Laos - ທະນາຄານໂລກ World Food Programme

19/09/2021

📢ແຈ້ງການດ່ວນ: ບໍ່ເປັນທາງການ ແຂວງວຽງຈັນ ສັ່ງໂຈະການຮຽນ-ການສອນ ຊົ່ວຄາວ: ນັບຕັ້ງແຕ່ວັນທີ 20-30/9/2021🔥

18/09/2021

🔥ດ່ວນທີ່ສຸດ🔥
#ນະຄອນຫຼວງປິດການເຂົ້າອອກບາງເມືອງບາງເຂດ
- ປິດການເດີນເຂົ້າ-ອອກທາງພາຍໃນ ເມືອງຈັນທະບູລີ ເມືອງສີໂຄດຕະບອງ ເມືອງສີສັດຕະນາກ ແລະ ເມືອງໄຊເຊດຖາ (Lock Down)
- ປິດການເດີນເຂົ້າ-ອອກທາງພາຍໃນ (ບາງສ່ວນ)
- ເມືອງໄຊທານີ ແຕ່ຂົວທ່າງອນເຂົ້າມາ
- ເມືອງຫາດຊາຍຟອງ ປິດແຕ່ສວນວັດທະນະທຳຊຽງຄວນເຂົ້າມາ
- ເມືອງນາຊາຍທອງ ປິດແຕ່ບ້ານສີເກີດເຂົ້າມາ
#ຍົກລະດັບມາດຕະການຂັ້ນສູງສຸດ 3,000,000 ກີບ/ຄົນ/ຄັ້ງ ແລະ 10ລ້ານກີບ/ນິຕິບຸກຄົນ/ຄັ້ງ #ພ້ອມທັງດຳເນີນຄະດີຕາມກົດໝາຍ #ໃຫ້ຮັບຜິດຊອບຄ່າເສຍຫາຍຕ່າງໆທີ່ເກີດຂຶ້ນ

03/08/2021
30/07/2021

ຂ່າວປະຈຳວັນ ຂໍ້ມູນທາມລາຍຂອງ 1 ກໍລະນີຜູ້ຕິດເຊື້ອໂຄວິດ ແຂວງວຽງຈັນວັນທີ 30 ກໍລະກົດ 2021 1 min read 1 min ago viengchanh FacebookTwitterLine1. ຂໍ້ມູນກ...

20/07/2021

#ແຈ້ງຂ່າວດີ

📣ອອກມາແລ້ວ! ກຳນົດເສັງ ປໍ5 ມໍ4 ມໍ7 ພ້ອມມາດຕະການໂຄວິດ-19ພະແນກສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການກ່ຽວກັບການເສັງຈົບຊັ້ນ ປໍ5 ມໍ...
15/07/2021

📣ອອກມາແລ້ວ! ກຳນົດເສັງ ປໍ5 ມໍ4 ມໍ7 ພ້ອມມາດຕະການໂຄວິດ-19

ພະແນກສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການກ່ຽວກັບການເສັງຈົບຊັ້ນ ປໍ5 ມໍ4 ມໍ7 ທົ່ວນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນ ປໍ5 ຈະໄດ້ເລື່ອນອອກໄປກ່ອນ ແລະສຳລັບການສອບເສັງ ມໍ4 ມໍ7 ແມ່ນຈະໄດ້ສອບເສັງພ້ອມກັນເອກະພາບທົ່ວປະເທດ

ຊັ້ນ ມໍ4 ເສັງວັນທີ 21-23 ກໍລະກົດ ແລະ ຊັ້ນ ມໍ7 ເສັງວັນທີ 28-30 ກໍລະກົດ 2021 ໃນໄລຍະກະກຽມການສອບເສັງນີ້ ໃຫ້ຄະນະຮັບຜິດຊອບການສອບເສັງທຸກພາກສ່ວນຈົ່ງພ້ອມກັນປະຕິບັດດັ່ງນີ້

ແຈ້ງໃຫ້ທຸກຄົນຮູ້ ແລ້ວກຽມເຂົ້າຮ່ວມສອບເສັງ, ກຽມພ້ອມມາດຕະການປ້ອງກັນຕ່າງໆ (ໃສ່ຜ້າປິດປາກແລະເວັ້ນໄລຍະຫ່າງ), ເຜີຍແຜ່ລະບຽບການສອບເສັງທາງອອນລາຍ, ລົມກັບຜູ້ປົກຄອງໃນການໄປຮັບ-ສົ່ງນັກຮຽນເພື່ອບໍ່ໃຫ້ນັກຮຽນໄປບ່ອນອື່ນຫຼັງເສັງແລ້ວ, ຖ້າມີນັກຮຽນບໍ່ສະບາຍໃຫ້ສົ່ງໄປປິ່ນປົວ ແລ້ວຈຶ່ງເສັງຄືນຕາມຫຼັງ, ເອົາອາຫານມາກິນເອງ ບໍ່ໃຫ້ນັ່ງກິນເປັນຈຸ້ມ, ມື້ສຸດທ້າຍແມ່ນບໍ່ໃຫ້ແລກປ່ຽນລາຍເຊັນ ແລະຈັດກິດຈະກຳຕ່າງໆ ທີ່ຜິດຕໍ່ລະບຽບແລະມາດຕະການຢ່າງເດັດຂາດ

Address

Phonmee
Vieng-Chan
8562

Telephone

+8562056537355

Website

Alerts

Be the first to know and let us send you an email when Phonmee High School posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Phonmee High School:

Share

Category