ຂາຍຢາຕຸ້ຍນ້ອງຫມູ

ຂາຍຢາຕຸ້ຍນ້ອງຫມູ Contact information, map and directions, contact form, opening hours, services, ratings, photos, videos and announcements from ຂາຍຢາຕຸ້ຍນ້ອງຫມູ, Camera/Photo, Vangvieng, Vang Vieng.

🙏🙏
14/02/2026

🙏🙏

🌹ໃນວັນທີ່ໂລກທັງໜ່ວຍ ກໍາລັງປ່ຽນເປັນສີບົວ 🌸 ຫຼາຍຄົນກຳລັງວຸ້ນວາຍ ກັບການຫາຊໍ່ດອກໄມ້ລາຄາແພງ ຫຼື ຮ້ານອາຫານສຸດຫຼູເພື່ອຄົນຮັກ... ແຕ່ທ່ານເຄີຍຢຸດຄິດບໍ່ວ່າ? ຍັງມີ "ຄົນເຖົ້າ" ສອງຄົນ ທີ່ໃຊ້ທັງຊີວິດ ເພື່ອປັ້ນຄວາມສຸກໃຫ້ທ່ານ ໂດຍທີ່ເພິ່ນບໍ່ເຄີຍຮຽກຮ້ອງ "ຂອງຂວັນ" ໃດໆ ຈາກທ່ານເລີຍ. 🎁❌

🍱 1. ຜູ້ທີ່ຍອມອົດເພື່ອໃຫ້ລູກອີ່ມ: ມີຂອງກິນແຊບໆ ທີ່ເພິ່ນມັກທີ່ສຸດ ແລະ ເພິ່ນກໍ່ສາມາດກິນໄດ້ເລີຍ! ແຕ່ເພິ່ນກໍ່ບໍ່ຍອມກິນ ອົດສາເກັບໄວ້ໃຫ້ລູກໄດ້ກິນຢ່າງແຊບຊ້ອຍ.

🎓 2. ເກັບທຸກກີບເພື່ອອະນາຄົດລູກ: ເພິ່ນຫາເງິນໄດ້ຕັ້ງຫຼາຍ ແຕ່ບໍ່ໃຊ້ເພື່ອຫາຄວາມສຸກໃຫ້ໂຕເອງ ແຕ່ເກັບໄວ້ໃຫ້ລູກໆ ໄດ້ຮ່ຳຮຽນສຶກສາໃນໂຮງຮຽນດີໆ ຈົບສູງໆ ເພື່ອບໍ່ໃຫ້ລູກຕ້ອງລຳບາກເໝືອນເພິ່ນ. 💰📚

🚗 3. ຍອມຂີ່ລົດເກົ່າເພື່ອລູກ: ລົດດີໆ ຫຼູໆ ລາຄາແພງ ເພິ່ນມີເງິນພໍທີ່ຈະຊື້ໄດ້ ແຕ່ບໍ່ຊື້... ຍອມຂີ່ລົດເກົ່າໆ ບໍ່ຍອມປ່ຽນ ແຕ່ພໍລູກບອກວ່າຢາກໄດ້ລົດລຸ້ນໃໝ່ ລາຄາເທົ່າໃດກໍ່ຊື້ມາໃຫ້ໂດຍບໍ່ລັງເລເລີຍ. 🏍️✨

🏥 4. ຄຳຕົວະທີ່ແສນອົບອຸ່ນ: ໂຕເອງເຈັບໄຂ້ໄດ້ປ່ວຍ ມັກເວົ້າສະເໝີວ່າ “ເຈັບໜ້ອຍດຽວ ຈັກໜ້ອຍມັນກໍ່ດີ” ແຕ່ກັບລູກ ພຽງແຕ່ໂຕຮ້ອນໜ້ອຍດຽວ ເພິ່ນກໍ່ຮີບຟ້າວພາໄປໂຮງໝໍທີ່ດີທີ່ສຸດທັນທີ. 🌡️

🏠 5. ສ້າງວິມານໃຫ້ລູກ: ໂຕເອງນອນບ່ອນໃດກໍ່ໄດ້ ເພາະຄຸ້ນເຄີຍມາແຕ່ດົນແລ້ວ ແຕ່ສຳລັບລູກຕ້ອງນອນຫ້ອງນອນດີໆ ມີແອເຢັນໆ ລູກຈະໄດ້ສະບາຍ ແລະ ບໍ່ຕ້ອງອາຍໃຜ. 😴

💰 6. ຍົກໃຫ້ທັງຊີວິດ: ຊັບສິນເງິນຄຳທີ່ອຸດສາຫາມາທັ້ງຊີວິດ ກໍ່ມັກປະເຄນໃຫ້ລູກໆ ຈົນໝົດ ໂຕເອງກັບໃຊ້ຈ່າຍຢ່າງປະຢັດ ແລະ ມັກອ້າງວ່າ “ອາຍຸຫຼາຍແລ້ວ ບໍ່ຕ້ອງໃຊ້ຫຍັງຫຼາຍດ໋ອກ”.

😟 7. ຫ່ວງໃຍທຸກລົມຫາຍໃຈ: ແຕ່ລະມື້ໄດ້ແຕ່ນັ່ງເປັນຫ່ວງລູກ ຢ້ານລູກຈະເປັນອັນຕະລາຍ ຕັ້ງແຕ່ຕອນຮຽນ ຈົນຮອດແຕ່ງງານມີຄອບຄົວ... ສ່ວນລູກຈະຫ່ວງເພິ່ນຄືນຫຼືບໍ່? ເພິ່ນບໍ່ສົນ ຂໍພຽງລູກມີຄວາມສຸກກໍ່ພໍແລ້ວ. 🌈

🏡 8. ຄວາມດີໃຈທີ່ລົ້ນອອກທາງສາຍຕາ: ທຸກຄັ້ງທີ່ລູກມາຢາມບ້ານ ເພິ່ນຈະດີໃຈຈົນອອກໜ້າອອກຕາ ຕື່ນເຕັ້ນຫາແນວກິນແຊບໆມາສູ່ກິນ... ທັງໆທີ່ບາງຄັ້ງ ເວລາເພິ່ນໄປຢາມລູກ ລູກກັບເຮັດທ່າບໍ່ພໍໃຈທີ່ເພິ່ນບໍ່ບອກລ່ວງໜ້າ. 🥺💔

🛡️ 9. ຜູ້ປົກປ້ອງທີ່ຍິ່ງໃຫຍ່: ພໍ່ແມ່ຫຼາຍຄົນບໍ່ມີອຳນາດໃດໆ ແຕ່ກັບລູກ ເພິ່ນພ້ອມທີ່ຈະປົກປ້ອງດ້ວຍຊີວິດ ໂດຍບໍ່ຫ່ວງໂຕເອງແມ້ແຕ່ໜ້ອຍດຽວ. 💪❤️

ພໍ່ແມ່ນີ້ "ໂງ່" ແທ້ໆ... ແຕ່ເຮົາຍັງມີເລື່ອງທີ່ຕິດຄ້າງຄົນໂງ່ສອງຄົນນີ້ອີກຫຼາຍ ຫຼາຍຈົນບໍ່ມີພື້ນທີ່ຈະໃຫ້ບັນຍາຍໄດ້ໝົດ. 📝✍️
ຫາກ "ຄົນໂງ່" ສອງຄົນນີ້ຍັງມີຊີວິດຢູ່ ໃຫ້ໝັ່ນກັບໄປຢ້ຽມຢາມເພິ່ນ ແລະ ໃຊ້ຄືນບາງຢ່າງທີ່ຈະເຮັດໃຫ້ພວກເພິ່ນມີຄວາມສຸກແດ່ເດີ້. 🏃‍♂️💨

ຢ່າລໍຊ້າທີ່ຈະບອກຮັກເພິ່ນ, ກອດເພິ່ນໃຫ້ແໜ້ນໆ 🤗 ຫຼື ກັບໄປກິນເຂົ້າຝີມືແມ່. ເພາະຄວາມຮັກຈາກເພິ່ນ... ຄືຂອງຂວັນທີ່ແທ້ຈິງທີ່ສຸດໃນຊີວິດ. 🏠💖✨

✍🏻Lao Youth​ Radio​FM​90​MHz​
#14ກຸມພາ #ຮັກພໍ່ແມ່ #ຂອບໃຈຄົນໂງ່ສອງຄົນ

05/12/2025

ผ่อนคลายสบายๆ

05/12/2025
04/12/2025
29/11/2025
ໃຜທີ່ຈ່ອຍນ້ອຍຈາກກຳມະພັນ😲ກິນເຂົ້າຫຼາຍສຳໃດກໍບໍ່ຕຸ້ຍ😵👉ແນະນຳເປັນຢາໂຕນີ້ເລີຍເດີກິນແລ້ວຕຸ້ຍແມ່ນ້ຳມີນວນລອງຊືກິນເລີຍເດີດີແທ້ ແນະ...
29/11/2025

ໃຜທີ່ຈ່ອຍນ້ອຍຈາກກຳມະພັນ😲
ກິນເຂົ້າຫຼາຍສຳໃດກໍບໍ່ຕຸ້ຍ😵
👉ແນະນຳເປັນຢາໂຕນີ້ເລີຍເດີກິນແລ້ວຕຸ້ຍແມ່ນ້ຳມີນວນລອງຊືກິນເລີຍເດີ
ດີແທ້ ແນະນຳຕໍ່ ‼️
ບໍ່ຕ້ອງໃຊ້ເວລາດົນ ນະທີນີ້ ຄື: ✔1ກ່ອງເຫັນການປ່ຽນແປງ✔
ກິນດີເຫັນຜົນໄວ #ບອກເລີຍສຸດຄຸ້ມ
👉ສະໝຸນໄພນ້ອງໝູ ຕອບໂຈດສາຍຜອມແຫ້ງ✔
(ຕ່າງແຂວງເກັບປາຍທາງໄດ້ເດີ້)

#ພອ້ມຈັດສົ່ງຟີຣ 02052501241

24/03/2023

☺️

Address

Vangvieng
Vang Vieng
HI

Website

Alerts

Be the first to know and let us send you an email when ຂາຍຢາຕຸ້ຍນ້ອງຫມູ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category