ເຊໂປນແດນງາມ

ເຊໂປນແດນງາມ Contact information, map and directions, contact form, opening hours, services, ratings, photos, videos and announcements from ເຊໂປນແດນງາມ, Camera/Photo, Sépone.

 #ທຳມະຊາດເຂດຊົນນະບົດລະດູຝົນ🌧🌧
05/07/2025

#ທຳມະຊາດເຂດຊົນນະບົດ
ລະດູຝົນ🌧🌧

ທຳມະຊາດເຊບັ້ງຫຽງ
14/10/2024

ທຳມະຊາດເຊບັ້ງຫຽງ

ໂຄງການຮ່ວມໃຈສາຍໄຍໂລມາຄຳ ຊ່ວຍເຈາະນໍ້າບາດານໃຫ້ປະຊາຊົນຊາວເມືອງເຊໂປນ 17 ບໍ່, ມູນຄ່າ 510 ລ້ານກີບ**ໂຄງການຮ່ວມໃຈສາຍໄຍ ໂລມາຄຳ ໂດ...
12/12/2023

ໂຄງການຮ່ວມໃຈສາຍໄຍໂລມາຄຳ ຊ່ວຍເຈາະນໍ້າບາດານໃຫ້ປະຊາຊົນຊາວເມືອງເຊໂປນ 17 ບໍ່, ມູນຄ່າ 510 ລ້ານກີບ
**
ໂຄງການຮ່ວມໃຈສາຍໄຍ ໂລມາຄຳ ໂດຍແມ່ນທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ ແຫ່ງຊາດ ນັກພັດທະນາດີເດັ່ນ ແຫ່ງຊາດເຈົ້າຂອງໂຮງງານນ້ຳ ດື່ມ-ນ້ຳກ້ອນໂລມາ ຄຳ ແລະທ່ານ ສາຍສະໝອນ ກວານເມືອງຈັນ ນັກພັດທະນາດີເດັ່ນແຫ່ງຊາດ ປະທານຂາຮຸຸ້ນສະຖາບັນການ ເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ເປັນເຈົ້າຂອງໂຄງການ ໄດ້ສືບຕໍ່ປະກອບສ່ວນໃນການ ແກ້ໄຂຄວາມທຸກຍາກຂອງພໍ່ແມ່ ປະຊາຊົນບັນດາເຜົ່າໃນເຂດຫ່າງ ສອກຫຼີກຊົນນະບົດ ໂດຍການ ເຈາະນ້ຳສ້າງບາດານຈຳນວນ 17 ບໍ່ ໃຫ້ 11 ບ້ານ ແລະ6 ຄຸ້ມ ບ້ານຢູ່ເມືອງເຊໂປນ ແຂວງສະ ຫວັນນະເຂດ, ລວມມູນຄ່າທັງ ໝົດ 510 ລ້ານກີບ.
ພິທີມອບ-ຮັບນ້ຳສ້າງບາ ດານຈາກໂຄງການຮ່ວມໃຈສາຍ ໄຍໂລມາຄຳໄດ້ຈັດຂຶ້ນຢ່າງເປັນ ທາງການໃນວັນທີ 7 ທັນວາ 2023 ນີ້ທີ່ບ້ານວັງແຍງ ເມືອງເຊ ໂປນ ໂດຍການເຂົ້າຮ່ວມໃນພິທີ ຂອງທ່ານ ພົງຄຳຮັກ ບຸດທະວົງ ເຈົ້າເມືອງເຊໂປນ, ມີທ່ານ ເກຍ ອູ໊ສິດທິເດດ, ທ່ານ ສາຍສະໝອນ ກວານເມືອງຈັນ ພ້ອມທີມງານໂຄງ ການຮ່ວມໃຈສາຍໄຍໂລມາຄຳ, ອຳນາດການປົກຄອງບ້ານ 11 ບ້ານ, ພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ ແລະປະຊາຊົນຊາວບ້ານວັງ ແຍງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ສະຫວັນນະເຂດ ປະຈຳ ເຂດເລືອກຕັ້ງເມືອງເຊໂປນໄດ້ ລາຍໃຫ້ຮູ້ຄວາມເປັນມາ ແລະ ຜົນສຳເລັດຂອງໂຄງການ ຊຶ່ງມີ ບາງຕອນວ່າ: ໂດຍເຫັນໄດ້ເຖິງ ຄວາມຫຍຸ້ງຍາກ ແລະອີງຕາມ ຄຳສະເໜີຂອງປະຊາຊົນທີ່ມີ ຄວາມ ຕ້ອງການນ້ຳບາດານເພື່ອ ແກ້ໄຂບັນຫາການຂາດແຄນນ້ຳ ສະອາດໃຊ້ໃນຊີວິດປະຈຳວັນທັງ ເປັນການຫຼຸດຜ່ອນການໃຊ້ແຮງ ງານເດັກນ້ອຍ ແລະແມ່ຍິງທີ່ຕ້ອງ ໄປຫາບນ້ຳໄກ (ຢູ່ນ້ຳເຊ) ດັ່ງ ນັ້ນ, ທາງ ສສຂ ປະຈຳເຂດເລືອກ ຕັ້ງເມືອງເຊໂປນ ກໍ່ຄືການນຳຂັ້ນ ເມືອງ ໄດ້ມີການສຶກສາຄົ້ນຄວ້າ ບັນຫາດັ່ງກ່າວຫຼາຍຫຼົບຫຼາຍ ຕ່າວ, ມີການປະສານສົມທົບກັບ ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະພາກສ່ວນທຸລະກິດຕ່າງໆ ລວມເຖິງໂຄງການຮ່ວມໃຈສາຍ ໄຍໂລມາຄຳ ເພື່ອດຶງດູດທຶນຮອນ, ວັດຖຸອຸປະກອນ ເພື່ອມາຊ່ວຍເຫຼືອ ແກ້ໄຂບັນຫາຄວາມຫຍຸ້ງຍາກ ຂອງພໍ່ແມ່ປະຊາຊົນຊາວເມືອງເຊ ໂປນໂດຍທາງໂຄງການຮ່ວມໃຈສາຍໄຍໂລມາຄຳ ກໍ່ໄດ້ຕົກ ລົງໃຫ້ການສະໜັບສະໜູນຊ່ວຍ ເຫຼືອທຶນຮອນໃນການເຈາະນ້ຳບາ ດານ ໃຫ້ກັບພໍ່ແມ່ປະຊາຊົນທີ່ມີຄວາມຫຍຸ້ງຍາກຂາດແຄນນ້ຳ ສະອາດຊົມໃຊ້ໃນຊີວິດປະຈຳວັນ, ຊຶ່ງມາໃນວັນທີ 7/3/2023 ທາງ ໂຄງການດັ່ງກ່າວ ກໍ່ໄດ້ເລີ່ມລົງ ມືຈັດຕັ້ງປະຕິບັດໃນການເຈາະ ນ້ຳບາດານ, ລວມມີທັງໝົດ 17 ບໍ່ ໃນ 11 ບ້ານ, 6 ຄຸ້ມບ້ານ ຄື: ບ້ານຫ້ວຍພົງ,ບ້ານຫ້ວຍຈັງ, ບ້ານ ສະແກງ, ບ້ານນ້ຳໂທນ, ບ້ານນ້ຳໂທນ ຄຸ້ມຕະຫຼາວຄຸ້ມ1 ແລະຄຸ້ມ2, ບ້ານກະຕູບ, ບ້ານ ແກ້ງຫົວປາ, ບ້ານແກ້ງຫົວປາຄຸ້ມ ວັງຄົດ 1 ແລະ2, ບ້ານຕະຫງ່າ, ບ້ານທາງຫ້າມ, ບ້ານແກ້ງຫຼວງ, ບ້ານແກ້ງຄຶບ, ບ້ານວັງແຍງ,ບ້ານ ວັງແຍງຄຸ້ມ2 ແລະບ້ານວັງແຍງ ຕຸ້ມກະຕັນ. ມາຮອດວັນທີ 4/11/ 2023 ການເຈາະສ້າງບາດານ ທັງ 17 ບໍ່ດັ່ງກ່າວແມ່ນ ໄດ້ສຳເລັດ ແລະນຳໃຊ້ໄດ້ 100%.

ທ່ານ ເກຍ ອູ໊ສິດທິເດດ ໄປບ້ານ ວັງແຍງ ເມືອງ ເຊໂປນ ທີ່ເຄີຍອາໄສລີ້ໄພສົງຄາມ ເປັນເວລາ 9 ປີ , ໄດ້ພົບພີ່ນ້ອງ, ໝູ່ເພື່ອນ ທີ່ເຄີຍຢູ...
08/12/2023

ທ່ານ ເກຍ ອູ໊ສິດທິເດດ ໄປບ້ານ ວັງແຍງ ເມືອງ ເຊໂປນ ທີ່ເຄີຍອາໄສລີ້ໄພສົງຄາມ ເປັນເວລາ 9 ປີ , ໄດ້ພົບພີ່ນ້ອງ, ໝູ່ເພື່ອນ ທີ່ເຄີຍຢູ່ຮ່ວມກັນ ແຕ່ຄາວອາຍຸ 7 ປີ (1964-1973)

ເມື່ອບໍ່ດົນມານີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML Sepon) ໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຄງການສ້ອມແປງເສັ້ນທາງ RR629 ແຕ່ບ...
11/07/2023

ເມື່ອບໍ່ດົນມານີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML Sepon) ໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຄງການສ້ອມແປງເສັ້ນທາງ RR629 ແຕ່ບ້ານ ເມືອງຫຼວງ-ບ້ານນາຫອຍ-ບ້ານວັງທ່າຄວາຍ, ເມືອງ ວິລະບູລີ, ແຂວງ ສະຫວັນນະເຂດ ຊຶ່ງມີຄວາມຍາວທັງໝົດ 7.8 ກິໂລແມັດ, ກວ້າງ 5 ແມັດ. ມີມູນຄ່າກໍ່ສ້າງທັງໝົດ US$22,000 ຊຶ່ງທຶນທັງໝົດ ສະໜັບສະໜູນໂດຍ ກອງທຶນພັດທະນາທ້ອງຖິ່ນ (Trust Fund) ຂອງ ບໍລິສັດ LXML ບໍ່ຄຳ-ທອງ ເຊໂປນ

ອ່ານບົດຂ່າວເພີ່ມເຕີມ: https://shorturl.at/xIZ07

ໃນວັນທີ 13 ມິຖຸນາ 2023 ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໄດ້ປະກອບສ່ວນສ້າງເສັ້ນທາງທະລຸ (ທາງຊອຍ ...
13/06/2023

ໃນວັນທີ 13 ມິຖຸນາ 2023 ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໄດ້ປະກອບສ່ວນສ້າງເສັ້ນທາງທະລຸ (ທາງຊອຍ ຄຸ້ມທ່າບັກ ບ້ານທ່າໂຂ່ງ) ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວບ້ານທ່າໂຂ່ງໄດ້ສັນຈອນສະດວກສະບາຍຂຶ້ນ

ໃນຕອນເຊົ້າ ວັນທີ 6 ມິຖູນາ 2023, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (ບໍ່ຄຳ-ທອງ ເຊໂປນ) ຮ່ວມກັບອຳນາດການປົກຄອງເມືອງ ວິລະບູລີ ຈ...
13/06/2023

ໃນຕອນເຊົ້າ ວັນທີ 6 ມິຖູນາ 2023, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (ບໍ່ຄຳ-ທອງ ເຊໂປນ) ຮ່ວມກັບອຳນາດການປົກຄອງເມືອງ ວິລະບູລີ ຈັດພິທີ ມອບສັດລ້ຽງໃຫ້ແກ່ຄອບຄົວຜູ້ດ້ອຍໂອກາດ ໃນເຂດບ້ານອ້ອມຂ້າງ ໂຄງການຄຳ-ທອງ ເຊໂປນ ຈຳນວນ 18 ຄອບຄົວ, ເຊິ່ງສັດລ້ຽງລວມມີ ງົວ 45 ໂຕ ແລະ ແບ້ 40 ໂຕ, ລວມມູນຄ່າທັງໝົດ 471,000,000ກິບ.

ການມອບສັດລ້ຽງໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງທຶນຊ່ວຍເຫຼືອຜູ້ດ້ອຍໂອກາດ ທີ່ສະໜັບສະໜູນໂດຍບໍລິສັດ ລຊມລ ເຊິ່ງກອງທຶນດັ່ງກ່າວ ແມ່ນໄດ້ສົ່ງເສີມໃຫ້ຊຸມຊົນເຮັດກະສິກຳ ເປັນຕົ້ນແມ່ນ ການລ້ຽງ ໄກ່ພັນໄຂ່, ກົບ, ແບ້, ແລະ ງົວ ເຊິ່ງໄດ້ສ້າງຜົນປະໂຫຍດມະຫາສານໃຫ້ແກ່ຊຸມຊົນທ້ອງຖິ່ນ ອ້ອມຂ້າງບໍ່ຄຳ-ທອງເຊໂປນ.

ນັບຕັ້ງແຕ່ ປີ 2019 ຫາ 2023 ກອງທຶນດັ່ງກ່າວ ໄດ້ລົງທຶນຊ່ວຍເຫຼືອຄອບຄົວຜຸ້ດ້ອຍໂອກາດລວມມູນຄ່າຫຼາຍກວ່າ 1,200,000,000ກີບ, ມີ 54 ຄອບຄົວ ໄດ້ຮັບຜົນປະໂຫຍດຈາກກອງທຶນນີ້.

ປະຊາຊົນ 9 ບ້ານແຕ່ບ້ານດົງສະຫວັນຫາຈຸດສຸມລະໂກສ້າງຂະບວນການອອກແຮງງານລວມເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ວຽກງານບູລະນະຮັ...
12/06/2023

ປະຊາຊົນ 9 ບ້ານແຕ່ບ້ານດົງສະຫວັນຫາຈຸດສຸມລະໂກສ້າງຂະບວນການອອກແຮງງານລວມເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ

ວຽກງານບູລະນະຮັກສາທາງຊົນນະບົດແບບມີສ່ວນຮ່ວນຂອງຊາວບ້ານໄດ້ຮັບການຈັດຕັ້ງປະຕິບັດໂດຍປະຊາຊົນ 9ບ້ານຢູ່ເມືອງເຊໂປນ, ມີຜູ້ເຂົ້າຮ່ວມປະມານ 200ກວ່າຄົນທີ່ເປັນບ້ານເປົ້າໝາຍຂອງໂຄງການພັດທະນາຊົນນະບົດ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະຊາຊົນແລະລັດຖະບານ ສສ ເຢຍລະມັນ ຜ່ານທະນາຄານເພື່ອການພັດທະນາ KfW ກໍ່ສ້າງ ແລະ ຟື້ນຟູເສັ້ນທາງຊົນນະບົດ ລວງຍາວທັງໝົດ42ກິໂລແມັດ ເພື່ອໃຫ້ປະຊາຊົນສາມາດເດີນທາງເຂົ້າຫາເທດ ສະບານເມືອງໄດ້ທັງສອງລະດູ ຢູ່ພາຍໃນ ເມືອງເຊໂປນ.
ໃນວັນທີ 9 ມິຖຸນາ 2023 ນີ້້ ອໍານາດການປົກຄອງ9 ບ້ານພ້ອມດ້ວຍພໍ່ແມ່ປະຊາຊົນໄດ້ສ້າງຂະບວນການອອກແຮງງານລວມອານາໄມໃນຂອບເຂດຄວາມຮັບຜິດຊອບຂອງຕົນແຕ່ບ້ານດົງສະຫວັນຫາຈຸດສຸມລະໂກເມືອງເຊໂປນພາຍໃຕ້ການຊີ້ນໍາໆພາຂອງ ທ່ານສົມບັດ ອິດທະວົງຮອງເຈົ້າເມືອງເຊໂປນ, ທ່ານສຸວັນຄໍາ ຫົວໜ້າ ຫ້ອງການ ຍທຂ ເມືອງເຊໂປນ ຮ່ວມກັບທ່ານເສີມຄໍາ ຈັນທະວົງຜູ້ປະສານງານວຽກ VMC ແລະຫົວໜ້າໂຄງການພັດທະນາຊົນນະບົດ,ກົມຂົວທາງ,ກະຊວງ ຍທຂ ແລະພ້ອມດ້ວຍຄະນະທິມງານທີ່ປຶກສາໂຄງການສົມທົບກັບອໍານາດການປົກຄອງບ້ານເປົ້າໝາຍຂອງໂຄງການໄດ້ລົງຕິດຕາມແລະຊຸກຍູ້ການສ້າງຂະບວນການອອກແຮງງານລວມໃນຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະບ້ານລຽບຕາມເສັ້ນທາງແຕ່ບ້ານດົງສະຫວັນຫາຈຸດສຸມລະໂກທີ່ມີລວງຍາວ42ກມ ຢູ່ພາຍໃນເມືອງເຊໂປນ ແຂວງສະຫວັນນະເຂດຊຶ່ງມີແຮງງານທັງໝົດປະມານ200ກວ່າຄົນ.ໜ້າວຽກທີ່ເຮັດເຂົາເຈົ້າໄດ້ສາມັກຄີກັນອານາໄມແລະລວງຮ່ອງລະບາຍນ້ຳ;ຍົກຍ້າຍດິນເຈື່ອນທີ່ມີບໍລິມາດ < 3 ມ3 (ພາຍໃນ 1 ກິໂລແມັດ);ອານາໄມລວງທໍ່;ອານາໄມຂົວ;ອານາໄມແລວຫ້ວຍ(ບ່ອນມີຂົວຫຼືທໍ່);ຍົກຍ້າຍສີ່ງກີດຂວາງ(ກ້ອນຫີນຫຼືຕົ້ນໄມ້ທັບທາງ);ຖາງຫຍ້າແລະປ່າແຄມທາງ,ຖາງເປີດໂຄ້ງ;ຕາບຂຸມຮັງໄກ່(ທາງປູແຮ່);ຂຸດຮ່ອງນ້ຳຂ້າງທາງດ້ວຍແຮງງານຄົນ(ຮ່ອງນໍ້າຕັນໜັກ);ກວດກາປົກປັກຮັກສາສິ່ງປະກອບຂອງທາງ(ປ້າຍສັນຍານ,ຫຼັກໝາຍທໍ່ແລະຫຼັກກິໂລແມັດ)ແລະວຽກທີ່ຊາວບ້ານຕ້ອງໄດ້ຕ້ອງເອົາໃຈໃສ່ເປັນພິເສດໂດຍສະເພາະໃນຊ່ວງລະດູຝົນປະກອບມີ:ວຽກກວດກາ ແລະອານາໄມທໍ່;ວຽກກວດກາ ແລະອານາໄມຮ່ອງນ້ຳແຄມທາງ;ວຽກກວດກາແກ້ໄຂດິນເຈື່ອນ;ວຽກກວດກາອານາໄມຖາງປ່າຂອບເຂດແຄມທາງ(ເບື້ອງລະ2ແມັດ);ວຽກກວດກາສະພາບໜ້າທາງໃຫ້ຢູ່ໃນສະພາບດີທັງນີ້ເພື່ອຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ວັນເດັກນ້ອຍສາກົນ ແລະ ວັນສໍາຄັນຕ່າງໆຂອງຊາດ, ທັງເປັນການຫລຸດ ຜ່ອນການເປ້ເພເສຍຫາຍຫຼາຍແລະໃຫຍ່ ຂອງທາງຊົນນະບົດທີ່ຈະກ້າວໄປເຖິງການສີ້ນເປືອງງົບປະມານມະຫາສານຂອງລັດ ເຂົ້າໃນການສ້ອມແປງດ້ວຍກົນຈັກ,ເພື່ອໃຫ້ເສັ້ນທາງຊົນນະບົດມີຄວາມສະອາດ-ຈົບງາມ,ຜູ້ຂັບຂີ່ແລະນໍາໃຊ້ເສັ້ນທາງມີຄວາມປອດໄພໃນການນໍາໃຊ້ເສັ້ນທາງ,ສະແດງເຖິງຄວາມເປັນເຈົ້າຂອງເສັ້ນທາງຂອງປະຊາຊົນທີ່ເປັນຜູ້ນໍາໃຊ້ທາງໂດຍກົງ ແລະທຸກມື້; ໂດຍຈຸດປະສົງຫຼັກແມ່ນເພື່ອໃຫ້ເສັ້ນທາງມີອາຍຸການນໍາໃຊ້ທີ່ຍາວນານ

ປະເທດລາວ🇱🇦 ແມ່ນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກນັບຕັ້ງແຕ່ປີ 1964 ຫາ 1973 ສະຫະລັດອາເມຣິກາ ໄດ້ຖິ້ມລະເບີດ 580.000 ຄັ້ງ ...
07/06/2023

ປະເທດລາວ🇱🇦 ແມ່ນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ
ນັບຕັ້ງແຕ່ປີ 1964 ຫາ 1973 ສະຫະລັດອາເມຣິກາ ໄດ້ຖິ້ມລະເບີດ 580.000 ຄັ້ງ ມີລູກລະເບີດຫຼາຍກວ່າ 2,5 ລ້ານໂຕນເຂົ້າມາໃນ ສປປ ລາວ ເຊິ່ງເທົ່າກັບຖິ້ມລະເບີດທຸກໆ 8 ນາທີ ຕະຫຼອດ 24 ຊົ່ວໂມງ ເປັນເວລາ 9 ປີ

ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ເປີດນໍາໃຊ້ອຸມົງເພື່ອເຈາະສໍາຫຼວດແຮ່ໃຕ້ດິນ ທີ່ທັນສະໄໝ ຢູ່ທີ່ໂຄງການຂຸດຄົ້ນຄໍາ-ທອງເຊໂປນ.--...
22/05/2022

ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ເປີດນໍາໃຊ້ອຸມົງເພື່ອເຈາະສໍາຫຼວດແຮ່ໃຕ້ດິນ ທີ່ທັນສະໄໝ ຢູ່ທີ່ໂຄງການຂຸດຄົ້ນຄໍາ-ທອງເຊໂປນ.
------------000------------
ພິທີເປີດນໍາໃຊ້ອຸມົງສໍາຫຼວດແຮ່ໃຕ້ດິນ ຢູ່ທີ່ບໍ່ຄໍາ-ທອງເຊໂປນ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການ ໃນຄັ້ງວັນທີ 16 ພຶດສະພາ 2022 ຜ່ານມານີ້ ໂດຍການເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຝູ ເຊຍເຊິນ ປະທານບໍລິສັດລ້ານຊ້າງ ມີເນໂຣນລິມິເຕັດ, ທ່ານ ສະໝານ ອາເນກາ ຜູ້ອໍານວຍການໃຫຍ່, ທ່ານ ພໍ ແຮຣິສ໌ ຜູ້ຈັດການໃຫຍ່ ບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ, ໂດຍມີການນໍາຂອງເມືອງວິລະບູລີ, ຫົວໜ້າກົມຮອງກົມ, ພະແນກການຂອງແຂວງ, ຂອງເມືອງ ແລະ ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນຈະກ້າວເຂົ້າສູ່ພິທີການເປີດນໍາໃຊ້ອຸໂມງຢ່າງເປັນທາງການນັ້ນ ທາງການນໍາຂັ້ນສູງຂອງສູນກາງ, ຂອງແຂວງ ແລະ ເມືອງພ້ອມແຂກທີ່ຖືກເຊີນ ກໍ່ໄດ້ຮັບຟັງການລາຍງານໃຫ້ຮູ້ໂດຍຫຍໍ້ກ່ຽວກັບແຜນດໍາເນີນງານໃນຜ່ານມາ, ປະຈຸບັນ ແລະ ໃນອະນາຄົດ ຂອງບໍ່ຄໍາ-ທອງເຊໂປນ ຈາກທ່ານ ພໍ ແຮຣິສ໌ ຜູ້ຈັດການໃຫຍ່ຂອງບໍລິສັດລ້ານຊ້າງມີເນໂຣນ ລິມິເຕັດ, ຈາກນັ້ນກໍ່ໄດ້ເຂົ້າສູ່ພິທີເປີດນໍາໃຊ້ອຸມົງຢ່າງເປັນທາງການ; ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ພໍ ແຮຣິສ໌ ກໍ່ໄດ້ມີຄໍາເຫັນກ່າວເປີດພິທີຢ່າງເປັນທາງການວ່າ : ໃນມື້ນີ້, ພວກເຮົາຈະເປັນສັກຂີພິຍານ ພິທີເປີດ ທາງເຂົ້າອຸມົງເພື່ອເຈາະສຳຫຼວດຢ່າງເປັນທາງການ. ການສຳຫຼວດຈາກອຸມົງໃຕ້ດິນ ຈະເປັນບາດກ້າວທຳອິດ ໃນການພັດທະນາການຂຸດຄົ້ນແຮ່ໃຕ້ດິນ. ອຸມົງໃຕ້ດິນຈະເຮັດໃຫ້ພວກເຮົາຍັບເຂົາໃກ້ແຫຼ່ງສິນແຮ່ ທີ່ຢູ່ເລິກລົງໄປ ເພື່ອໃຫ້ພວກເຮົາສາມາດສຳຫຼວດເພີ່ມຕື່ມ ແລະ ເຈາະວິເຄາະປະລິມານສະສົມແຮ່ ຊຶ່ງຈະສະໜອງຂໍ້ມູນລະອຽດທີ່ມີຄຸນຄ່າ ເພື່ອໃຊ້ເຂົ້າໃນການປັບປຸງ ແລະ ປະເມີນການອອກແບບ ແລະ ພັດທະນາແຜນການຂຸດຄົ້ນແຮ່ໃຕ້ດິນ; ປະຈຸບັນນີ້ ບໍ່ດີສໂຄເວີຣີດີບສ໌ ແຫ່ງນີ້ ມີປະລິມານແຮ່ສະສົມປະມານ 9,5 ລ້ານໂຕນ ແລະ ຄາດຄະເນການຜະລິດແຮ່ 400,000 ໂຕນໃນໄລຍະເຄິ່ງຫຼັງຂອງປີ 2023 ແລ້ວເພີ່ມຂື້ນເປັນ 1,2 ລ້ານໂຕນ ຕໍ່ປີຫຼັງຈາກນັ້ນ. ບໍ່ໃຕ້ດິນຈະເປັນແຫຼ່ງແຮ່ຫຼັກ ໃນການສະໜອງແຮ່ໃນອະນາຄົດຂອງໂຄງການເຊໂປນ ແລະ ຄາດວ່າຈະຍືດອາຍຸບໍ່ແຮ່ ຂອງບໍ່ຄຳ-ທອງ ເຊໂປນ ໄປອີກຢ່າງໜ້ອຍ 7 ປີ, ຮອດປີ 2030. ການຂຸດຄົ້ນບໍ່ແຮ່ໃຕ້ດິນ ແມ່ນຈະເປັນເສດຖະກິດກວ່າ ສຳລັບແຫຼ່ງສິນແຮ່ທີ່ຢູ່ເລິກລົງໄປ ຊຶ່ງມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ໜ້ອຍກວ່າສົມຄວນ ເມື່ອສົມທຽບໃສ່ການຂຸດຄົ້ນບໍ່ແຮ່ແບບເປີດໜ້າດິນ. ພວກເຮົາຈະນຳໃຊ້ເຕັກນິກທັນສະໄໝໃນການຂຸດຄົ້ນບໍ່ແຮ່ໃຕ້ດິນ ທີ່ມີສດຕະຖານດ້ານຄວາມປອດໄພ ແລະ ການຜະລິດ ທຽບເທົ່າ ບໍ່ແຮ່ໃຕ້ດິນທີ່ທັນສະໄໝໃນປະເທດອົດສະຕຣາລີ ແລະ ຫຼາຍໆບໍ່ແຮ່ໃຫຍ່ໆທີ່ນຳໜ້າໃນໂລກ. ບໍລິສັດ ລຊມລ ຈະຕັ້ງມາດຕະຖານທີ່ສູງສຸດ ໃນຖານະ ບໍລິສັດບໍ່ແຮ່ແບບຢ່າງ ທີ່ຈະພັດທະນາບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດ ໃນ ສປປ ລາວ ແລະ ໃນຖານະ ຄູ່ຮ່ວມພັດທະນາທີ່ແໜ້ນແຟ້ນ ໃນການພັດທະນາອຸດສະຫະກຳບໍ່ແຮ່ຂອງ ສປປ ລາວ. ຈາກນັ້ນທ່ານ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໃຫ້ກຽດກ່າວມີຄໍາເຫັນຕໍ່ພິທີວ່າ : ໂດຍຜັນຂະຫຍາຍແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງພັກ ແລະ ຍຸດທະສາດ ການພັດທະນາປະເທດຊາດໃນໄລຍະໃໝ່ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຂົ້າໃນການຫັນເປັນອັນລະອຽດນັ້ນ. ໃນຊຸມປີທີ່ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ລັດຖະບານ ໄດ້ວາງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອຸດສາຫະກໍາແຮ່ທາດໂດຍສະເພາະແມ່ນການຂຸດຄົ້ນທ່າແຮງບົ່ມຊ້ອນແຫຼ່ງແຮ່ທຳມະຊາດເພື່ອຜະລິດ ແລະ ສະໜອງຂາຍພາຍໃນແລະຕ່າງປະເທດ ໃຫ້ພຽງພໍກັບຄວາມຕ້ອງການ ໃຫ້ນັບມື້ຫຼາຍຂຶ້ນ, ບົນພື້ນຖານຮັບປະກັນການພັດທະນາ ທີ່ເປັນມິດກັບສິ່ງແວດລ້ອມ, ມີລັກສະນະຍືນຍົງ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ : ຜ່ານການຈັດຕັ້ງປະຕິບັດຕົວຈິງໃນຊຸມປີທີ່ຜ່ານມາ, ການພັດທະນາອຸດສາຫະກຳແຮ່ທາດ ຢູ່ ສປປ ລາວ ສາມາດບັນລຸຜົນສຳເລັດທີ່ມີລັກສະນະພົ້ນເດັ່ນ, ອຸດສາຫະກຳແຮ່ທາດ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນເປັນພື້ນຖານທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຊາດເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຫັນຈາກເສດຖະກິດທຳມະຊາດໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການດຳລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ ໂດຍສະເພາະແມ່ນແກ້ໄຂ 2 ວາລະແຫ່ງຊາດ. ພ້ອມດຽວກັນນີ້, ກໍໄດ້ຮັບການສະໜັບສະໜູນ,ການຮ່ວມມືເພື່ອພັດທະນາຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ນັກລົງທຶນຕ່າງປະເທດເປັນຢ່າງດີ. ໃນອຸມົງເຂົ້າບໍ່ດິສໂຄເວີຣີດີບສ໌ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ ຂອງບໍລິສັດ ລ້ານຊ້າງມີນາໂຣນສ໌ ລີມີເຕັດ ຊຶ່ງແມ່ນໂຄງການ ບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດໃນ ສປປ ລາວ. ຜົນການສຳຫຼວດ ໄດ້ຊີ້ໃຫ້ເຫັນວ່າ ຢູ່ໃຕ້ດິນບ່ອນນີ້ ແມ່ນມີປະລິມານແຮ່ຄຳເຖິງ 90% ເພື່ອສຳຫຼວດ ທີ່ຈະຍືດອາຍຸບໍ່ແຮ່ ຂອງບໍ່ຄຳ-ທອງ ເຊໂປນ ໄປອີກ 7 ປີ, ຮອດປີ 2030. ການຫັນໄປສູ່ການຂຸດຄົ້ນບໍ່ໃຕ້ດິນຈະ ສ້າງຜົນປະໂຫຍດດ້ານບວກໃຫ້ແກ່ຜູ້ມີສ່ວນຮ່ວມ ແລະ ປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທີ່ຍືນຍົງໃນຊຸມຊົນເຈົ້າພາບ ແລະ ປະເທດລາວຂອງພວກເຮົາ.
ພາບ-ຂ່າວ : ຫ້ອງການ ຖວທ ເມືອງວິລະບູລີ

ນັກລົງທຶນຫວຽດນາມສົນໃຈລົງທຶນ ພັດທະນາພະລັງງານລົມຢູ່ສະຫວັນນະເຂດບໍລິສັດໄຟຟ້າຕາເວັນອອກ ຂອງ ສ.ສ ຫວຽດນາມ ສົນໃຈລົງທຶນພັດທະນາພະ ລ...
25/04/2022

ນັກລົງທຶນຫວຽດນາມສົນໃຈລົງທຶນ ພັດທະນາພະລັງງານລົມຢູ່ສະຫວັນນະເຂດ

ບໍລິສັດໄຟຟ້າຕາເວັນອອກ ຂອງ ສ.ສ ຫວຽດນາມ ສົນໃຈລົງທຶນພັດທະນາພະ ລັງງານລົມຢູ່ເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດໃນເນື້ອທີ່ປະມານ 2.000 ເຮັກຕາ.

ຕະຫຼາດໝາກໄມ້ສົດ Jiaxing Fruit Market  ຕະຫຼາດອັນດັບ 1 ຂອງມົນທົນເຈີ້ຈຽງ ປະເທດຈີນ ຕ້ອງຈຳໃຈຖີ້ມສີນຄ້າທີ່ເປັນໝາກໄມ້ສົດຈຳນວນຫຼ...
25/04/2022

ຕະຫຼາດໝາກໄມ້ສົດ Jiaxing Fruit Market ຕະຫຼາດອັນດັບ 1 ຂອງມົນທົນເຈີ້ຈຽງ ປະເທດຈີນ ຕ້ອງຈຳໃຈຖີ້ມສີນຄ້າທີ່ເປັນໝາກໄມ້ສົດຈຳນວນຫຼາຍທີ່ກຳລັງເນົ່າ ເພາະເນື່ອງຈາກວ່າໄດ້ຮັບຜົນກະທົບຈາກການປິດເມືອງເພື່ອຄັດກອງພະຍາດໂຄວິ-19 ໃນເມືອງໃຫ່ຍເຊັ່ນ: ເຊິນເຈິ້ນ, ຊ່ຽງໄຮ້ ເຊີ່ງປິດຕັ້ງແຕ່ທ້າຍເດືອນ ມີນາ 2022 ລວມເຖິງເມືອງອື່ນໆ ສົ່ງຜົນກະທົບເຖິງລະບົບຂົນສົ່ງສີນຄ້າ ເພາະຫ້າງພະສັບສີນຄ້າປິດ ເຮັດໃຫ້ສີນຄ້າຕົກຄ້າງເນົ່າເສຍເປັນຈຳນວນຫຼາຍ ເຊັ່ນດຽວກັບຕະຫຼາດສົດທີ່ຈຳເປັນຕ້ອງຖີິ້ມອາຫານເປັນຈຳນວນຫຼາຍ ໃນຮູບພາບນີ້ຖືກບັນທຶກຖ່າຍເປັນວີດີໂອໃນລະຫວ່າງວັນທີ 11-20 ເມສາ 2022 ໃນປັດຈຸບັນຕະຫຼາດບາງແຫ່ງເລີ່ມກັບມາເປີດຂາຍແລ້ວຕັ້ງແຕ່ວັນທີ 20 ເມສາທີ່ຜ່ານມາ

Address

Sépone

Website

Alerts

Be the first to know and let us send you an email when ເຊໂປນແດນງາມ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category