ເຢັນລີ ແລກປ່ຽນເງິນຕາ Yenly Currency Exchange & Money Transfer

ເຢັນລີ ແລກປ່ຽນເງິນຕາ Yenly Currency Exchange & Money Transfer Contact information, map and directions, contact form, opening hours, services, ratings, photos, videos and announcements from ເຢັນລີ ແລກປ່ຽນເງິນຕາ Yenly Currency Exchange & Money Transfer, Photographer, Paksé.

Yenly Currency exchange
& money transfer service
ເຢັນລີ ບໍລິການຮັບຊື້ຂາຍ/ແລກປ່ຽນເງິນຕາ
ຮັບຊື້ຂາຍເງິນດິຈິຕ້ອນ USDT
ຮັບໂອນເງິນດ່ວນ Westernunion 10ຕົວເລກທົ່ວໂລກ
ຮັບໂອນຊຳລະຄ່າທຸລະກຳຕ່າງໆ
ຮັບໂອນເງິນ ລາວ-ຫວຽດ-ໄທ

ເປີດບໍລິການທຸກວັນຈັນ-ວັນອາທິດ
ເລີ່ມແຕ່ 08:30am-18:30pm
ເຫຼດຊື້ຂາຍອອກຊ້ວງ 10:00ເຊົ້າ ວັນຈັນ-ວັນສຸກ

ສອບຖາມກ່ອນທຳການຊື້ຂາຍ/ແລກປ່ຽນທຸກຄັ້ງ
*****ຂໍຂອບໃຈ******

Dịch Vụ Đổi Tiền Ngoại Tệ
Chuyển

Tiền 2 Chiều Lào-Việt
Chuyển Tiền Nhanh 10 Con Số 24/7
Địa chỉ: trước mặt chợ đào hương, Pákse, Champasak, Lào

07/05/2022

ເປັນຫຍັງ? #ຄ່າເງິນບາດ ແລະ #ເງິນໂດລາ ຈຶ່ງພຸ່ງຂຶ້ນສູງແທ້? 💵💵💵💵💵📈📈📈📈📈
--------------------------------
ບົດຄວາມນີ້ ເປັນບົດແລກປ່ຽນຄວາມຄິດເຫັນ ຂອງທ່ານ Soukthavone Southichuck ໃນຫົວຂໍ້ "ເວົ້າເລື້ອງຄ່າເງິນ Lao kip is going useless for real or not?" ເພຈນັກທຸລະກິດເຫັນວ່າ ມີມຸມມອງທີ່ໜ້າຄິດ ແລະເປັນປະໂຫຍດຕໍ່ທ່ານຜູ້ອ່ານ.
ຄົງປະຕິເສດບໍ່ໄດ້ວ່າໃນປັດຈຸບັນນີ້ສະຖານະການຂອງຄ່າເງິນກີບນັ້ນບອກເລິຍວ່າອາການຫນັກ ປັດຈຸບັນລາຄາຊື້ແມ່ນ ≈1$/14,4₭ ແລະ 1THB=410 (ນີ້ແມ່ນລາຄາຄະຫລາດ ເພາະລາຄາທະນາຄານແມ່ນ useless ໃຊ້ການບໍ່ໄດ້).
ເປັນຫຍັງຈຶ່ງທຽບເງິນກີບໃສ່ສອງສະກຸນນີ້ ?
ງ່າຍໆເລີຍເງິນ USD$ ແມ່ນນໍາໃຊ້ທົ່ວໂລກ ແລະ ເງິນ THB ລະແມ່ນຖືກນ້ຳໃຊຢ່າງແຜ່ຫລາຍໃນບ້ານເຮົາ ເພາະເຄື່ອງອຸປະໂພກ ແລະ ບໍລິໂພກທົ່ວໄປສ່ວນຫລາຍລະແມ່ນນຳເຂົ້າມາແຕ່ໄທ

1. ເປັນຫຍັງເງິນຈຶ່ງຂຶ້ນໄປຮອດລະດັບນັ້ນ.
ກ່ອນອື່ນເຮົາຕ້ອງເຂົ້າໃຈວ່າເງິນກະແມ່ນພຽງແຕ່ເຈ້ຍ ຫຼື ອີ່ຫຍັງຕ່າງໆທີ່ເປັນຊື່ກາງໃນການ ແລກປ່ຽນ ແລະ ຊໍາລະສະສະສາງສິ່ງຂອງຕ່າງໆທີ່ລັດແຕ່ລະປະເທດສ້າງຂຶ້ນ ມູນຄ່າຂອງເງິນແມ່ນຂື້ນກັບ Utility ຂອງມັນ (ປະໂຫຍດໃນການໃຊ້ສອຍ) ຖ້າມີ Utility ຫຼາຍປານໃດແປວ່າຄວາມຕ້ອງການໃຊ້ ແລະ ມູນຄ່າກໍ່ຈະຫຼາຍໄປຕາມໆກັນ.
ປະຕິເສດບໍ່ໄດ້ວ່າບ້ານເຮົາແມ່ນປະເທດທີ່ເພິ່ງພາຕົນເອງບໍ່ໄດ້ (ບໍ່ກຸ້ມຕົນເອງ), ເຖິງຈະມີແຜ່ນດິນທີ່ອຸດົມສົມບູນ ຫລື ເປັນປະເທດທີ່ເຮັດກະສິກຳເປັນສ່ວນໃຫຍ່, ແຕ່ຜົນຜະລິດພາຍໃນກໍບໍພໍຕໍ່ການຊົມໃຊ້ ແລະ ບໍ່ເປັນທີ່ຖືກໃຈຂອງຕະຫລາດ.
ເພາະສະນັ້ນບ້ານເຮົາແມ່ນເພິ່ງພາການນຳເຂົ້າເກືອບທັງຫມົດ ສັງເກດຢູ່ຕາມຄົວເຮືອນຕ່າງໆ ຜະລິດຕະພັນທີ່ຊົມໃຊ້ໃນຊີວິດປະຈຳວັນສ່ວນໃຫຍ່ແລ້ວເກື້ອບທັງຫມົດ ບໍ່ວ່າຈະເປັນເຂົ້າສານອາຫານແຫ້ງເຄື່ອງອຸປະໂພກບໍລິໂພກສ່ວນໃຫ່ຍໆເກືອບວ່າ 80-90% ແມ່ນນຳເຂົ້າທັງຫມົດ.
ເຮັດໃຫ້ໃນແຕ່ລະເດືອນທຸກຄົນຈະໄດ້ຍິນຂ່າວຕະຫລອດວ່າປະເທດເຮົາຂາດດຸນການຄ້າຕະຫລອດ, ນັ້ນຫມາຍເຖິງເຮົາມີພາລະລາຍຈ່າຍຫລາຍກວ່າລາຍຮັບ ແລະເປັນຫຍັງເງິນກີບນັບມື້ນັບອອ່ນຄ່າຂຶ້ນເລື້ອຍໆ ເນື່ອງຈາກວ່າທຸກໆພະລິດຕະພັນເຄື່ອງໃຊ້ຕ່າງໆໃນທີ່ເຮົານໍາໃຊ້ໃນປັດຈຸບັນນີ້ແມ່ນເຮົາຜະລິດບໍ່ໄດ້ ຈຶ່ງຕ້ອງໄດ້ນຳເຂົ້າ.
ເມື່ອເຮົາຕ້ອງການນຳເຂົ້ານັ້ນກໍ່ຫມາຍເຖິງເຮົາເອົາເງິນໄປຊື້ເຂົານັ້ນເອງ ມ໋ອງນັ້ນການແລກປ່ຽນເງິນຕາຈຶ່ງເກີດຂື້ນ.
ຕົວຢ່າງ: ແນ່ນອນວ່າເຮົາບໍ່ສາມາດເອົາເງິນກີບໄປຊື້ລົດໄດ້ ເພາະສະນັ້ນເຮົາກໍ່ຈະຕ້ອງເອົາເງິນບ້ານເຮົາໄປປ່ຽນເປັນເງິນ ໄທ, ໂດລາ ຫລືສະກຸນເງິນຕາອື່ນໆທີ່ເຂົາເປັນຜູ້ຜະລິດ ເພື່ອໄປຊື້ລົດເຂົາ ແລະ ເງິນໄທTHB ຫລື ໂດລາUSD ທີ່ເຮົາໄປຊື້ລົດນໍາເຂົາໄດ້ນັ້ນເຮົາໄປໄດ້ມາແຕ່ໃສ.
ເຊິ່ງສ່ວນໃຫຍ່ແລ້ວເຮົາຫາເງິນຕາຕ່າງປະເທດມາໄດ້ແມ່ນໄດ້ມາຈາກ ບໍ່ແຮ່, ພະລັງງານໄຟຟ້າ ແລະ ສິນຄ້າກະສິກໍາບາງສ່ວນ ທີ່ເປັນຫລັກໆຕົ້ນຕໍ.
ເມື່ອລັດໄດ້ເງິນມາຫລາລັດກໍຈະອອກພັນທະບັດທີ່ເອີນວ່າ ລາວກີບອອກມາເພື່ອນໍາໃຊ້ພາຍໃນປະເທດ ໂດເອົາຊັບສິນທີ່ເຮົາມີ ແລະຫາມາໄດ້ ເປັນໂຕຄໍ້າ (back up) ຕົວຢ່າງເຊັ່ນ: ລັດຫາມາໄດ້ 100$ ກໍຈະຜະລິດ ເງິນກີບອອກມາໃນລະບົບ 1.000.000₭ ເມື່ອເຮົາຢາກໃຊ້ ຫລື ເຮັດທຸລະກໍາກັບຕ່າງປະເທດນັ້ນ ເຮົາກໍ່ເອົາເງິນກີບໄປແລກກັບລັດ ທີ່ມີໂຕກາງ ທີ່ເປັນທະນາຄານນັ້ນເອງເພື່ອອອກມານໍາໃຊ້.
ໃນກໍລະນີທີ່ຄ່າເງິນມັນດີດໂຕຄືແບບນີ້ກໍ່ຍ້ອນວ່າ ເຮົາຫາເງິນບໍ່ໄດ້ (ຂາດດຸນການຄ້າ) 100$ ແຕ່ເຮົາຍັງຕ້ອງການໃຊ້ເງິນ 100$ ເລີຍເຮັດໃຫ້ມູນຄ່າຂອງ 100$ ທີ່ຄວນຈະເທົ່າ 1,000,000 ກີບ ນັ້ນກາຍເປັນ 1,4++,+++ ກວ່າ.
ເນື່ອງຈາກວ່າບ້ານເຮົາສ່ວນຫລາຍແມ່ນນຳເຂົ້າເຮັດໃຫ້ ເຮົາຕ້ອງໄດ້ໃຊ້ເງິນຕາຕ່າງປະເທດເພື່ອຊໍາລະສະສາງ. ຕາມລະບົບແລ້ວຖ້າເມືອງລາວໃຊ້ແຕ່ເງິນນກີບເມື່ອແມ່ຄ້າ ຫລື ຫົວຫນ່ວຍທຸລະກິດໃດ ຂາຍເຄື່ອງມາໄດ້ ກໍ່ຈະໄປແລກກັບລັດຜ່ານຫົວຫນ່ວຍທາງການເງິນທີ່ເອີ້ນວ່າທະນາຄານ ເປັນເງິນຕາຕ່າງປະເທດເພື່ອຊື້ເຄື່ອງເຂົ້າມາຂາຍຕໍ່.

ແຕ່ສະຖານະການນະປັດຈຸບັນກັບບໍ່ເປັນໄປຕາມນັ້ນເນື່ອງຈາກບ້ານເຮົາຂາດດຸນການຄ້າໃນແຕ່ລະເດືອນເຮັດໃຫ້ເງິນທຶນສຳຮອງ ທີ່ back up ຫນ້ອຍລົງ ຈຶ່ງເຮັດຫົວຫນ່ວຍການເງິນຂອງລັດ (ທະນາຄານ) ບໍ່ສາມາດຕອບສະຫນອງໃຫ້ແກ່ຫົວຫນ່ວຍທຸລະກິດໄດ້.
ແຕ່ເຮັດແນວໃດ໋ໃນເມື່ອເຮົາຍັງຕ້ອງກິນຕ້ອງໃຊ້ ແລະ ເຄື່ອງທີ່ໃຊ້ລ້ວນແລ້ວແຕ່ນຳາເຂົ້າ ຈຶ່ງເຮັດໃຫ້ທາງ ແມ່ຄ້າຊາວຂາຍ ຫົວຫນ່ວຍ ທຸລະກິດຕ່າງໆ ຜູ້ທີ່ບໍ່ສາມາດເຂົ້າເຖິງເງິນຕາຕ່າງປະເທດຜ່ານການບໍລິການຂອງລັດໄດ້ຈຶ່ງຈຳເປັນຕ້ອງແລກຢູ່ທາງຮ້ານແລກປ່ຽນເງິນຕາພາຍນອກ ເຊິ່ງເຮັດໃຫ້ເກີດລາຄາແທ້ຂຶ້ນມາ (ລາຄາຕະຫລາດ) ຂຶ້ນກັບການສະຫນອງ ແລະ ຄວາມຕ້ອງການຂອງຜູ້ຊົມໃຊ້ລ້ວນໆ (demand supply) ຄືຈັ່ງຮຽນມາຫັ້ນລະ.
ຈຶ່ງເຮັດໃຫ້ລາຄາຕາມຮ້ານແລກປ່ຽນນັ້ນມີລາຄາສູງກວ່າທະນາຄານຢ່າງຫລວງຫລາຍຢ່າງເຫັນໄດ້ຊັດ. ໄດ້ຢິນວ່າລັດຈະລົງມາຄວບຄຸນອັດຕາແລກປ່ຽນນະປະຈຸບັນນີ້.
ບອກເລິຍວ່າຖ້າເຮັດໄດ້ແທ້ເລືອງລາວສິບໍ່ວຸ້ນວາຍແບບນີ້ເລີຍ. ຖ້າໃຫ້ແລກຢູ່ທະນາຄານ ເລດທະນາຄານທີຕໍ່າກວ່າລາຄາຕະລາດນັ້ນ ບອກເລີຍວ່າແມ່ນຄວບຄຸມໄດ້ແນ່ນອນ ເພາະມັນກໍ່ຈະສົ່ງຜົນໃຫ້ລາຄາສິນຄ້າຫລຸດລົງຕາມຄ່າຂອງເງິນ easy ເພາະມູນຄ່າຂອງເງິນຂຶ້ນກັບພະລິດທະພັນທີ່ໃຊ້ນັ້ນເອງຢູ່ບ້ານເຮົາ. ຕິດແຕ່ວ່າຢ້ານບໍ່ມີໃຫ້ແລກຫັນລະມັນຈຶ່ງຢາກ.
ອີກທາງຫນຶ່ງກະຄືຫລຸດການເພິ່ງພາພາຍນອກເພື່ອ ເບິ່ງໃກ້ໆສິ່ງທີ່ເຮົາເຮັດໄດ້ຄື ສົ່ງເສີມການຜະລິດພາຍໃນຫລຸດຜ່ອນການເພິ່ງພາອາໃສຄົນອື່ນ (ນຳ້ມູກນໍ້າມັນກະບໍ່ເວົ້າສາ) ເອົາເປັນສິ່ງນ້ອຍໆທີຄວນຈະເຮັດໃຫ້ໄດ້ກ່ອນຄື: ເຄື່ອງໃຊ້ອຸປະໂພກບໍລິໂພກ, ເຂົ້ານໍ້າທາມປາໃຫ້ມັນໄດ້ກ່ອນ ອັນນີ້ຖ້າວ່າຢາມໃດ໋ກະຊື້ແຕ່ຂອງເພິ່ນເມື່ອລາຍໄດ້ປະເທດຫລຸດລົງແບບນີ້, ແຕ່ຍັງມີຄວາມຕ້ອງການໃຊ້ຄືເກົ່າເລີຍເຮັດໃຫ້ເກີດສະຖານະການຫຍຸ້ງຍາກຄືແບບນີ້.
ຖ້າບ້ານເຮົາສາມາດແກ້ໄຂ ແລະ ນຳໃຊ້ພະລິດທະພັນພາຍໃນໄດ້ແລ້ວ ເງິນກີບ utility (ການນຳໃຊ້) ຂອງມັນກໍຈະຫລາຍຂຶ້ນເຊັ່ນດຽວກັນ. ເຮົາຫາເງິນມາໄດ້ກະຜະລິດກິນເອງບໍ່ໄປຊື້ນໍາເພິ່ນ ຫລຸດການໃຊ້ຈ່າຍພາຍນອກ ເຮົາກໍຈະມີເງິນຫລາຍຂຶ້ນນັ້ນເອງ.
ປະເດັນຄືເວົ້າລະມັນງ່າຍ ແຕ່ສະພາບໂຕຈິງລະຫນ້າເປັນຫວ່ງ ເພາະກະສົ່ງເສີມກັນຕັ້ງຫລາຍປີກໍ່ຍັງບໍ່ຄ່ອຍເຫັນມີອັນໃດພົ້ນເດັ່ນ ພໍສິເປັນອູ່ເຂົ້າອູ່ນໍ້າແທ້ໆ (ປະເດັນບັນຫາການຜະລິດນີ້ຕອນຮຽນຂ້າພະເຈົ້າໄດ້ລົງໄປເຮັດບົດວິໄຈໃນຫລາຍຂົງເຂດຂອງບ້ານເຮົາພົບວ່າຍັງມີບັນຫາຫນັກຫລາຍ ແລະ ບໍ່ແປກໃຈເລີຍວ່າ why we’re here ວ່າງຢາມໃດລະສິມາເລົ່າສູ່ຟັງ).
ໃນສະຖານະການແນວນີ້ເຮົາປະຊາຊົນໂຕນ້ອຍໆສິເຮັດແນວໃດ໋ໃຫ້ຢູ່ລອດ. ທີ່ຈິງແລ້ວເວົ້າຈາກໃຈ ແລະ ຈາກການໄດ້ວິເຄາະຕາມຂໍ້ມູນ ແລະ ສະພາບສັງຄົມປັດຈຸບັນ. ຂ້າພະເຈົ້າຍັງບໍ່ຮູ້ ແລະ ບໍ່ເຫັນວ່າມີທ່າແຮງໃດ໋ທີ່ຈະເຮັດໃຫ້ເຮົາຜ່ານວິກິດຄັ້ງນີ້. ວິກິດເງິນເຟີ້ນີ້ບອກເລິຍວ່າເຈັບເມີດທຸກຄົນ.
ຄົນທີ່ບໍ່ເຈັບກະຄືຄົນບໍ່ໃຊ້, ຖືເງິນກີບຫັນລະ, ຄົນທີ່ມີເງິນຄໍາຕ່າງປະເທດກະສິເຈັບຫນ້ອຍແນ່, ແຕ່ເຮົາກະຄົນລາວສ່ວນໃຫຍ່ແລ້ວກະຕ້ອງໃຊ້ເງິນກີບເມີດຫັນລະຫວາ ຊັບສິນທຸກຢ່າງລວນແລ້ວແຕ່ຢູ່ໃນປະເທດລາວ, ຖ້າເງິນເຟີຫນັກໆຂຶ້ນມານີ້ ຄົນລວຍກະສາມາດທຸກໄດ້ ຄົນທຸກແຮງທຸກ ແຮງບໍ່ມີອັນສິກິນ.
ປົກກະຕິແລ້ວເງິນເປັນ value (ມູນຄ່າ) ຂອງຊາດການທີ່ເງິນຈະຕີງໄດ້ບໍ່ແມ່ນເລື່ອງທີ່ງ່າຍໆຖ້າເສດຖະກິດເຮົາມັນດີ(ບໍ່ໄດ້ຫມາຍຄວາມວ່າດີເລິດ, ພໍເບິ່ງແຍງຕົນເອງໄດ້ແນ່) ຖ້າທຽບໃສ່ USD $ ແລ້ວ ຕີງ 50-100₭/$ ນີ້ກະຖືວ່າຫນັກແລ້ວ, ໃນສະຖານະການປັດຈຸບັນບ້ານເຮົາບາງມື້ຕີງໄປເປັນ 1,000₭ ແຖມຖີ່ ແລະ ຮຸນແຮງຂຶ້ນເລື້ອຍໆ ນັ້ນບົ່ງບອກເຮົາຫລາຍໆຢ່າງກັບສະຖານະການແບບນີ້.
ສິເປັນຈັ່ງໃດ໋ຖ້າເງິນບາດ ໄປຮອດ 500₭/THB ແລະ 20.000₭/$. ຖ້າໄປຮອດນັ້ນແທ້ເຮົາຂ້າພະເຈົ້າໄດ້ແຕ່ຄິດວ່າມັນຍັງສິນໍ້າມັນລົດໃຫ້ເຮົາໃສ່ຢູ່ບໍ, ໄຟຟ້າ-ນໍ້າປະປາກະສິມາປົກກະຕິບໍ່ ເຂົາຫນົມ ແພ່ມເພີດ ຢາປົວພະຍາດສິລາຄາເທົ່າໃດຍັງສິມີໃຫ້ຊື້ບໍ່ ແລະ ຜົນກະທົບອີກຫລາຍໆຢ່າງທີ່ຈະຕາມມາມາກມາຍມະຫາສານ. ໃຜ໋ຂີ່ລົດໃຫຍ່ໄດ້ນິຄືສິແບບລວຍຈັດ ແລະ ສັງຄົມສິເປັນຈັ່ງໃດ໋ ເງິນ ພາກທຸລະກິດນ້ອຍໃຫຍ່ ພໍຄ້າຊາວຂາຍປະຊາຊົນສ່ວນຫລາຍສິຢູ່ຈັ່ງໃດ໋.
ເພາະເບິ່ງໄປເບິງມາເຮົາກໍ່ມີສະພາບບໍ່ຕ່າງຫຍັງກັບປະເທດ ເວເນສຸເອລາ ກັບ ສີລັງກາ ແລະ ຫລາຍປະເທດ ທີ່ເຈີຫນັກໆແບບນີ້. ປະຕິເສດບໍ່ໄດ້ວ່າຫລາຍປະເທດກໍ່ຖືກວິກິດເສດຖະກິດຖົດຖອຍ ແລະ ອັດຕາເງິນເຟີແບບນີ້ຄືກັນ ເນື່ອງຈາກພະຍາດ ສົງຄາມ ແລະ ສະພາບໂລກທີ່ເປັນແບບນີ້ ແຕ່ປະເທດທີ່ເຈັບຫນັກ ແລະ ມາໄວກ່ອນຫມູ່ນັ້ນສ່ວນຫລາຍແລ້ວປະເທດບໍ່ສາມາດເພິ່ງພາຕົນເອງໄດ້.
ບັນຫາເລົ່ານີ້ບໍ່ແມ່ນໄທເຮົາເຈົ້າຂ້ອຍສິແກ້ໄດ້,ແຕ່ກະບໍ່ປະຕິເສດວ່າເຮົາກະຕ້ອງມີສ່ວນຮ່ວມໃນການສ້າງສາ ເພາະວິກິດເງິນເຟີບໍ່ ແນວສິແກ້ກັນງ່າຍໆ, ຜູ້ທີ່ຈະແກ້ເຊືກທີ່ມັດແຫນ້ນລະຊັບຊ້ອນນິໄດ້ ໄດ້ຕ້ອງເກັ່ງ ໄວ ແລະ ມີທີມທີ່ດີ ແລະ ມີຄວາມ ສາມາດແບບຫລາຍໆໆໆ. ບໍ່ແມ່ນ erhhhhh ao pen var khao jai.
ອັນນີ້ຂ້າພະເຈົ້າກະຂຽນຕາມຄວາມຮູ້ກະປ່ອກກະແປ໋ກອັນຫນ້ອຍນິດທີ່ຮູ້ ແລະ ຜະສົບການທີ່ເຮັດວຽກ ແລະ ສຶກສາມາ ເລີຍຢາກມາແລກປ່ຽນນໍາ. ບໍ່ໄດ້ມີເຈດຕະນາອື່ນໃດ໋ທັງນັ້ນ.
ປະເດັນຫລັກຄືຢາກແລກປ່ຽນຄວາມຮູ້ ແລະ ຄວາມຮູ້ສຶກຜູ້ຄົນທີ່ມີຜົນຖືກຜົນກະທົບຈາກວິກິດຄັ້ງນີ້ເທົ່ານັ້ນ. ອັນວ່າ Lao kip is going useless ນັ້ນ, ແມ່ນໃຫ້ທຸກຄົນຄິດ ແລະ ຕັດສິນໃຈເອງ ເພາະ ອັນນີ້ ແມ່ນ my own research ຂອງຂ້າພະເຈົ້າ (ຂ້ອຍອາດຈະຄິດຜິດກະໄດ້). ຖືກຜິດອັນໃດ໋ຕິຊົມກັນໄດ້. ໃຫ້ເວົ້າກັນດ້ວຍເຫດຜົນເນີ
-------------------------------------------
ແຫຼ່ງຂໍ້ມູນ: https://www.facebook.com/boby.maly.12/posts/1207548326720804
ກະຊວງການເງີນ
ທະນາຄານສົ່ງເສີມກະສິກຳ
ທະນາຄານແຫ່ງ ສປປ ລາວ
ສະຖາບັນ ການເງິນ-ການບັນຊີ Academy of finance accounting
ກະຊວງການເງິນ
#ຄ່າເງິນ
#ເລດເງິນ
#ເງິນເຟີ້
#ນັກທຸລະກິດລາວ
#ນັກທຸລະກິດມືໃໝ່

27/04/2022
ສອບຖາມກ່ອນທຳການຊື້ຂາຍແລກປ່ຽນທຸກຄັ້ງ🙏🏻📍ຮ້ານຕັ້ງຢູ່ໜ້າຕະຫຼາດດາວເຮືອງ, ນະຄອນປາກເຊ, ແຂວງຈຳປາສັກ📞ຕິດຕໍ່ໄດ້ທີ່ເບີ 020 9782 623...
27/04/2022

ສອບຖາມກ່ອນທຳການຊື້ຂາຍແລກປ່ຽນທຸກຄັ້ງ🙏🏻

📍ຮ້ານຕັ້ງຢູ່ໜ້າຕະຫຼາດດາວເຮືອງ, ນະຄອນປາກເຊ, ແຂວງຈຳປາສັກ

📞ຕິດຕໍ່ໄດ້ທີ່ເບີ 020 9782 6236 (W.A & Zalo)
https://wa.me/message/XC2LMH73OSJQM1

#ເຢັນລີແລກປ່ຽນເງິນຕາ #ເຢັນລີຮັບໂອນເງິນພາຍໃນ #ເຢັນລີຮັບໂອນເງິນໄປຕ່າງປະເທດ #ຮັບເງິນດ່ວນ10ຕົວໂລດທົ່ວໂລກ
̂̉ntiềnquốctế ̂̉ntiềnvềviệt

Address

Paksé

Opening Hours

Monday 08:30 - 18:30
Tuesday 08:30 - 18:30
Wednesday 08:30 - 18:30
Thursday 08:30 - 18:30
Friday 08:30 - 18:30
Saturday 08:30 - 18:30
Sunday 08:30 - 18:30

Website

Alerts

Be the first to know and let us send you an email when ເຢັນລີ ແລກປ່ຽນເງິນຕາ Yenly Currency Exchange & Money Transfer posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category