Ma Leo Der Page Review ສະຖານທີ່ທ່ອງທ່ຽວຕ່າງໆ , ຮ້ານອາຫານ Café

15/05/2026

📍WABI ZABI Crepe 📍

ມີໃຜໄດ້ມາລອງແລ້ວບໍ ? ເຄບໄສ້ໝູສັບຮ້ານ Wabi Zabi ແອັດບອກເລີຍວ່າໃຜທີ່ມາທ່ຽວທ່າແຂກ ຕ້ອງແວະມາລອງຊິມຈັກເທື່ອໃນຊີວິດ 😻

+ນອກຈາກເຄບໄສ້ເຄັມແລ້ວ ຮ້ານເພີ່ນຍັງມີ : ເຄບໄສ້ຫວານ , ຂະໜົມບາວນີ້ , ນໍ້າປັ່ນ , ກະແລມຕັກ ຫຼາກຫຼາຍລົດຊາດໃຫ້ເລືອກ ( ມີໂຕະໃຫ້ນັ່ງກິນໃນຮ້ານພ້ອມ👏🏼 )

ເມນູແນະນໍາສໍາຫຼັບແອັດ : ມັກໄສ້ເຄັມໝູສັບ ແລະ ໄສ້ຫວານເນີຍນົມຝອຍທອງ ທີ່ສຸດ!!! ເອກະລັກຮ້ານເພີ່ນແມ່ນຢູ່ທີ່ແປ້ງເຄບເລີຍເດີ້ ບໍ່ຄືບ່ອນໃດແນ່ນອນ ແຊບບບບ ແອັດກະລັນຕີນັ່ງຢັນນອນຢັນເລີຍ😹

"ທຸກຄົນໄດ້ມາແລ້ວບໍ? ເຮົາມາແລ້ວເດີ້🫶🏻"


🕰️: ເປີດທຸກໆ ວັນຈັນ-ເສົາ ເວລາ 15:30-22:30

👉🏻ພິກັດ : ໜ້າອາເມຊອນ ຫຼັກ2 , ທ່າແຂກ , ຄໍາມ່ວນ

📍ຊົງລາວ Song Lao Space ສຸກໃຈ ສາຂາ2📍   ທ່າແຂກເຮົາມີ Café Camp ແລ້ວເດີ້ທຸກຄົນ!! ໃຜຢາກສໍາພັດບັນຍາກາດຮົ່ມໄມ້ ແນວ good vibe ມ...
17/01/2026

📍ຊົງລາວ Song Lao Space ສຸກໃຈ ສາຂາ2📍

ທ່າແຂກເຮົາມີ Café Camp ແລ້ວເດີ້ທຸກຄົນ!! ໃຜຢາກສໍາພັດບັນຍາກາດຮົ່ມໄມ້ ແນວ good vibe ມານໍາຄອບຄົວກະດີ ມາຜູ້ດຽວກະເລີດ ມີທັງເຄື່ອງດື່ມ , ອາຫານ , ຂະໜົມບູຮານ , ດອກໄມ້ສົດ ຕ້ອງມາແວ່ຮ້ານນີ້ເລີຍ ( ແອັດແນະນໍາມາຊ່ວງເຊົ້າ ເພາະຄົນຈະບໍ່ຫຼາຍ )

+ Signature ຂອງຮ້ານເພີ່ນແອັດປະຕິເສດບໍ່ໄດ້ອິຫຼີ ວ່າຄືມຸມຖ່າຍຮູບ ທຸກມຸມຄືຖ່າຍໄດ້ໝົດເລີຍ ຕີຫຼັງກາຖ່າຍກະຍັງ art ໄດ້ 🤣 ຢ່າລືມແຕ່ງໂຕ style fairy , vintage ມາຖ່າຍຮູບກັນເດີ້ .

"ທຸກຄົນໄດ້ມາແລ້ວບໍ? ເຮົາມາແລ້ວເດີ້🫶🏻"


🕰️: ເປີດທຸກມື້ ເວລາ 08:30 - 18:30

👉🏻ພິກັດ : https://maps.app.goo.gl/aBqoywrWkGjmGynR7?g_st=ic

📍ບ້ານຫຼັງວັດ Coffee 📍   ໃຜທີ່ເດີນທາງໄປທ່ຽວ ບ້ານໄຜ່ , ຈັງຫວັດຂອນແກ່ນ ປະເທດໄທ ຢ່າລືມມາແວະ Café ບ້າຍຫຼັງວັດເດີ້😻 ມີທັງເຄື່ອ...
15/01/2026

📍ບ້ານຫຼັງວັດ Coffee 📍

ໃຜທີ່ເດີນທາງໄປທ່ຽວ ບ້ານໄຜ່ , ຈັງຫວັດຂອນແກ່ນ ປະເທດໄທ ຢ່າລືມມາແວະ Café ບ້າຍຫຼັງວັດເດີ້😻 ມີທັງເຄື່ອງດື່ມ ແລະ ອາຫານ ເລື່ອງລົດຊາດຄືໂຊຈຶ້ງ!!! ບັນຍາກາດດີແຮງ ອອກແນວ vintage ສົມເຢັນ ເພງມ່ວນ ເຮົາແນະນໍາເລີຍ .

+ນອກຈາກເຄື່ອງດື່ມ ແລະ ບັນຍາກາດດີແລ້ວ Signature ຂອງຮ້ານເພີ່ນຄືອາຫານເພີ່ນເສີບເປັນປິ່ນໂຕໃຫ້ເລີຍ ແອັດມັກສຸດໆ

"ທຸກຄົນໄດ້ມາແລ້ວບໍ? ເຮົາມາແລ້ວເດີ້🫶🏻"


🕰️: ເປີດທຸກມື້ ເວລາ 09:30 - 17:30

👉🏻ພິກັດ : https://maps.app.goo.gl/5sfnBohRr7tN3ozb7?g_st=ic

Address

Thakhek

Website

Alerts

Be the first to know and let us send you an email when Ma Leo Der posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share