Ei Yang Ko - ອີ່ຫຍັງເກາະ

Ei Yang Ko - ອີ່ຫຍັງເກາະ Travel Addict, Landscape Photography

19/09/2022

ເພງ ປະແລ້ວປະເລີຍ ນັກຮ້ອງ ອິນແຕ່ງ ແກ້ວບົວລາ ແຕ່ງໂດຍ ອ.ຈ ສີ ມະນີໄຊ

ໄປຊຽງຂວາງກັນເຖາະ 😊
18/06/2021

ໄປຊຽງຂວາງກັນເຖາະ 😊

ທີ່ນີ້ ທ່າແຂກ 🤓
10/06/2021

ທີ່ນີ້ ທ່າແຂກ 🤓

26/06/2020

🌲 ເປັນສະຖານທີ່ພັກຜ່ອນແບບ Homestay ນ້ອຍໆ ທີ່ຊຸກເຊື່ອງຢູ່ທ່າມກາງຜືນປ່າ ແລະ ອ້ອມຮອບດ້ວຍຫ້ວຍນໍ້າທີ່ໃສເຢັນ ຂອງຫ້ວຍຈຳປີ, ເປັນອີກສະຖານທີ່ໜຶ່ງ ທີ່ເຮັດໃຫ້ເຮົາໄດ້ໃກ້ຊິດກັບທຳມະຊາດ ແລະ ຜ່ອນຄາຍຈິດໃຈ ຈາກການອິດເໝື່ອຍຈາກການເຮັດວຽກມາໝົດທິດແລ້ວ

⛰ ການມານອນຊິວໆ ໃນຊ່ວງຕົ້ນຝົນນີ້ ພ້ອມທັງສູດອາກາດອັນບໍລິສຸດ ແລະ ທິວທັດປ່າໄມ້ທີ່ຂຽວຂະຈີ ແລະ ປຽກຊຸ່ມ, ນອກຈາກນີ້ ຊ່ວງຫົວຄໍ່າກໍ່ຈະເຫັນແສງຫິງຫ້ອຍ ທີ່ເປັ່ງແສງຢິບຢັບແຄມລຳຫ້ວຍ, ຖ້າອາກາດດີ ແລະ ທ້ອງຟ້າເປີດ ໃນຊ່ວງເຮືອນແຮມ ກໍ່ຈະເຫັນທາງຊ້າງເຜືອກພາດຜ່ານທ້ອງຟ້າ ທີ່ຢູ່ເທິງຫົວຕູບ ແລະ ໃນບັນຍາກາດຕອນເຊົ້າໆ ກໍ່ຈະເຫັນສາຍໝອກປິວສະບັດ ແລະ ລົມເຢັນໆ ທີ່ພັດຜ່ານ ເໝາະແກ່ການນັ່ງຈິບກາເຟແຄມຫ້ວຍນໍ້າ ເໝາະແກ່ຄົນທີ່ຫາມູມງຽບໆ ທີ່ຈະມານັ່ງອ່ານໜັງສື ຫຼື ຟັງເພງຊຶ້ງໆໃນຍາມເຊົ້າ. ນອກຈາກນີ້ ເພິ່ນຍັງມີເປ ທີ່ຜູກໄວ້ຕາມຕົ້ນໄມ້ ທີ່ຢູ່ແຄມປ່າ ແລະ ແຄມຫ້ວຍ ເພື່ອໃຫ້ໄດ້ນອນອ່ານໜັງສື ຫຼື ຈະນອນຟັງສຽງໝູ່ສັກກຸນາ ໃນຕອນບ່າຍ 🕊

🏕 ທີ່ພັກຢູ່ບ່ອນນີ້ອອກແບບຢ່າງລຽບງ່າຍບໍ່ມີທັງແອ ແລະ ໄຟຟ້າ ມີພຽງເຄື່ອງປັ່ນໄຟ ທີ່ຈະປິດໃນເວລາປະມານ 8 ໂມງກາງຄືນ ຂອງທຸກມື້, ສ່ວນຫ້ອງພັກຈະມີ ຕູບ 2 ຫຼັງ ທີ່ສາມາດນອນໄດ້ 12 ຄົນ. ນອກຈາກນີ້ ຍັງສາມາດນອນກາງເຕັ້ນແຄມຫ້ວຍ ຫຼື ແຄມປ່າກໍ່ໄດ້. ສ່ວນຫ້ອງນໍ້າ ຈະເປັນຫ້ອງນໍ້າລວມ ທີ່ຕັ້ງຢູ່ກາງປ່າ.

🚗 ການເດີນທາງ: ສາມາດເດີນທາງມາໄດ້ທັງລົດສ່ວນໂຕ ຫຼື ລົດປະຈຳທາງ, Dè Lüèb
ຕັ້ງຢູ່ເຂດບ້ານຫຼັກ 48 ເມືອງປາກຊ່ອງ ແຂວງຈຳປາສັກ, ໃຊ້ເວລາເດີນທາງ ຈາກຕົວເມືອງປາກເຊ ປະມານ 40 ນາທີ ແລ່ນຕາມເສັ້ນທາງເລກທີ 16E ຫາຕົວເມືອງປາກຊ່ອງ ຮອດເຂດຫຼັກ 48 ແລ້ວ ຈະມີທາງແດງນ້ອຍ ທີ່ຢູ່ເບື້ອງຊ້າຍມື ➡️ ຂີ່ເຂົ້າໄປອີກ 800 ແມັດ ກໍ່ຈະເຫັນປະຕູໄມ້ ທີ່ໃສ່ກະແຈຢູ່. ຢໍ້າການທີ່ຈະມາທີ່ນີ້ ❗️ຈະຕ້ອງຈອງຢ່າງໜ້ອຍ 1 ອາທິດ ເພາະທາງເຈົ້າຂອງເພິ່ນ ຈະໄດ້ຈັດສັນທີ່ພັກໃຫ້ລ່ວງໜ້າ ແລະ ອີກຢ່າງເພິ່ນຈະຮັບຈຳນວນຈຳກັດ ປະມານ 10 ຫາ 15 ຄົນເທົ່ານັ້ນ, ພິເສດກໍລະນີ ເດີນທາງມາດ້ວຍລົດປະຈຳທາງ ທາງເຈົ້າຂອງ ເພິ່ນແນະນຳໃຫ້ລົງປໍ້ານໍ້າມັນ ປຕທ ເພິ່ນກໍ່ຈະສາມາດໄປຮັບໄດ້ (ຟຣີ) ຫຼື ຈະລົງປາກທາງ ແລ້ວຍ່າງເຂົາມາ ກໍ່ໄດ້ບໍ່ໄກ ຕາງຍ່າງຊິວໆ.

💸 ຄ່າໃຊ້ຈ່າຍ ມີພຽງແຕ່ 150,000 ກີບ ທີ່ລວມທຸກຢ່າງ ທັງທີ່ພັກ ແລະ ອາຫານການກິນ (ອາຫານສວາຍ, ແລງ ແລະ ເຊົ້າ), ສ່ວນເຄື່ອງດື່ມ ເພິ່ນກໍ່ມີຈຳໜ່າຍໃຫ້ (ຖ້າຕ້ອງການນໍ້າກ້ອນ ແມ່ນຕ້ອງໄດ້ເອົາມາເອງ)

☎️ ຕິດຕໍ່ເພິ່ນໄດ້ເລີຍ ອ້າຍແດງ 020 5905 6666 (ຈອງເລີຍ) ແລ້ວຈະບໍ່ພາດປະສົບການດີໆ

💧ຕາດດ່ຽວ (Tad Diew) 🌊🌱 ສະເພາະຄົນທີ່ມັກງຽບສະຫງົບ ມານັ່ງຟັງສຽງນໍ້າໄຫຼ ແນະນຳເລີຍຕາດດ່ຽວ ມາແບບຄົນດຽວຈະໄດ້ຟິນກັບບັນຍາກາດແບບເຫ...
04/06/2020

💧ຕາດດ່ຽວ (Tad Diew) 🌊

🌱 ສະເພາະຄົນທີ່ມັກງຽບສະຫງົບ ມານັ່ງຟັງສຽງນໍ້າໄຫຼ ແນະນຳເລີຍຕາດດ່ຽວ ມາແບບຄົນດຽວຈະໄດ້ຟິນກັບບັນຍາກາດແບບເຫງົາໆ ຟັງເພງຊຶ້ງໆວົນໄປ 😊

🚕 ຕາດດ່ຽວ ຕັ້ງຢູ່ບ້ານຕະໂກ່ຍ ເມືອງປາຊ່ອງ ແຂວງຈຳປາສັກ ເຊິ່ງຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 40 ກມ ຫຼື ໃຊ້ເວລາເດີນທາງ ປະມານ 35 ນາທີ ເຊິ່ງແລ່ນຕາມທາງຢາງ ຈົນໄປຮອດ ສາມແຍກເຂດບ້ານຫ້ວຍກອງ ແລ້ວລ້ຽວຂວາມື ເຂົ້າເສັ້ນທາງດິນແດງ ໄປປະມານ 5.3 ກມ

🗝 ສ່ວນຄ່າເຂົ້າສະຖານທີ່ແມ່ນບໍ່ໄດ້ເສຍ ເຊິ່ງເຮົາກໍ່ຈະຕ້ອງໄດ້ຊື້ເຄື່ອງດື່ມ ແລະ ອາຫານ ກັບທາງສະຖານທີ່ເພິ່ນ

-------------------------------------------------------------
Tad Diew located in Ban Takoy, Paksong District, Champasack Province, further from the Paksong downtown to the east approx. 40 km

Free entrance

🌱Dè Lüèb🍃🌲 ເປັນສະຖານທີ່ພັກຜ່ອນແບບ Homestay ນ້ອຍໆ ທີ່ຊຸກເຊື່ອງຢູ່ທ່າມກາງຜືນປ່າ ແລະ ອ້ອມຮອບດ້ວຍຫ້ວຍນໍ້າທີ່ໃສເຢັນ ຂອງຫ້ວຍຈຳ...
03/06/2020

🌱Dè Lüèb🍃

🌲 ເປັນສະຖານທີ່ພັກຜ່ອນແບບ Homestay ນ້ອຍໆ ທີ່ຊຸກເຊື່ອງຢູ່ທ່າມກາງຜືນປ່າ ແລະ ອ້ອມຮອບດ້ວຍຫ້ວຍນໍ້າທີ່ໃສເຢັນ ຂອງຫ້ວຍຈຳປີ, ເປັນອີກສະຖານທີ່ໜຶ່ງ ທີ່ເຮັດໃຫ້ເຮົາໄດ້ໃກ້ຊິດກັບທຳມະຊາດ ແລະ ຜ່ອນຄາຍຈິດໃຈ ຈາກການອິດເໝື່ອຍຈາກການເຮັດວຽກມາໝົດທິດແລ້ວ

⛰ ການມານອນຊິວໆ ໃນຊ່ວງຕົ້ນຝົນນີ້ ພ້ອມທັງສູດອາກາດອັນບໍລິສຸດ ແລະ ທິວທັດປ່າໄມ້ທີ່ຂຽວຂະຈີ ແລະ ປຽກຊຸ່ມ, ນອກຈາກນີ້ ຊ່ວງຫົວຄໍ່າກໍ່ຈະເຫັນແສງຫິງຫ້ອຍ ທີ່ເປັ່ງແສງຢິບຢັບແຄມລຳຫ້ວຍ, ຖ້າອາກາດດີ ແລະ ທ້ອງຟ້າເປີດ ໃນຊ່ວງເຮືອນແຮມ ກໍ່ຈະເຫັນທາງຊ້າງເຜືອກພາດຜ່ານທ້ອງຟ້າ ທີ່ຢູ່ເທິງຫົວຕູບ ແລະ ໃນບັນຍາກາດຕອນເຊົ້າໆ ກໍ່ຈະເຫັນສາຍໝອກປິວສະບັດ ແລະ ລົມເຢັນໆ ທີ່ພັດຜ່ານ ເໝາະແກ່ການນັ່ງຈິບກາເຟແຄມຫ້ວຍນໍ້າ ເໝາະແກ່ຄົນທີ່ຫາມູມງຽບໆ ທີ່ຈະມານັ່ງອ່ານໜັງສື ຫຼື ຟັງເພງຊຶ້ງໆໃນຍາມເຊົ້າ. ນອກຈາກນີ້ ເພິ່ນຍັງມີເປ ທີ່ຜູກໄວ້ຕາມຕົ້ນໄມ້ ທີ່ຢູ່ແຄມປ່າ ແລະ ແຄມຫ້ວຍ ເພື່ອໃຫ້ໄດ້ນອນອ່ານໜັງສື ຫຼື ຈະນອນຟັງສຽງໝູ່ສັກກຸນາ ໃນຕອນບ່າຍ 🕊

🏕 ທີ່ພັກຢູ່ບ່ອນນີ້ອອກແບບຢ່າງລຽບງ່າຍບໍ່ມີທັງແອ ແລະ ໄຟຟ້າ ມີພຽງເຄື່ອງປັ່ນໄຟ ທີ່ຈະປິດໃນເວລາປະມານ 8 ໂມງກາງຄືນ ຂອງທຸກມື້, ສ່ວນຫ້ອງພັກຈະມີ ຕູບ 2 ຫຼັງ ທີ່ສາມາດນອນໄດ້ 12 ຄົນ. ນອກຈາກນີ້ ຍັງສາມາດນອນກາງເຕັ້ນແຄມຫ້ວຍ ຫຼື ແຄມປ່າກໍ່ໄດ້. ສ່ວນຫ້ອງນໍ້າ ຈະເປັນຫ້ອງນໍ້າລວມ ທີ່ຕັ້ງຢູ່ກາງປ່າ.

🚗 ການເດີນທາງ: ສາມາດເດີນທາງມາໄດ້ທັງລົດສ່ວນໂຕ ຫຼື ລົດປະຈຳທາງ, Dè Lüèb
ຕັ້ງຢູ່ເຂດບ້ານຫຼັກ 48 ເມືອງປາກຊ່ອງ ແຂວງຈຳປາສັກ, ໃຊ້ເວລາເດີນທາງ ຈາກຕົວເມືອງປາກເຊ ປະມານ 40 ນາທີ ແລ່ນຕາມເສັ້ນທາງເລກທີ 16E ຫາຕົວເມືອງປາກຊ່ອງ ຮອດເຂດຫຼັກ 48 ແລ້ວ ຈະມີທາງແດງນ້ອຍ ທີ່ຢູ່ເບື້ອງຊ້າຍມື ➡️ ຂີ່ເຂົ້າໄປອີກ 800 ແມັດ ກໍ່ຈະເຫັນປະຕູໄມ້ ທີ່ໃສ່ກະແຈຢູ່. ຢໍ້າການທີ່ຈະມາທີ່ນີ້ ❗️ຈະຕ້ອງຈອງຢ່າງໜ້ອຍ 1 ອາທິດ ເພາະທາງເຈົ້າຂອງເພິ່ນ ຈະໄດ້ຈັດສັນທີ່ພັກໃຫ້ລ່ວງໜ້າ ແລະ ອີກຢ່າງເພິ່ນຈະຮັບຈຳນວນຈຳກັດ ປະມານ 10 ຫາ 15 ຄົນເທົ່ານັ້ນ, ພິເສດກໍລະນີ ເດີນທາງມາດ້ວຍລົດປະຈຳທາງ ທາງເຈົ້າຂອງ ເພິ່ນແນະນຳໃຫ້ລົງປໍ້ານໍ້າມັນ ປຕທ ເພິ່ນກໍ່ຈະສາມາດໄປຮັບໄດ້ (ຟຣີ) ຫຼື ຈະລົງປາກທາງ ແລ້ວຍ່າງເຂົາມາ ກໍ່ໄດ້ບໍ່ໄກ ຕາງຍ່າງຊິວໆ.

💸 ຄ່າໃຊ້ຈ່າຍ ມີພຽງແຕ່ 150,000 ກີບ ທີ່ລວມທຸກຢ່າງ ທັງທີ່ພັກ ແລະ ອາຫານການກິນ (ອາຫານສວາຍ, ແລງ ແລະ ເຊົ້າ), ສ່ວນເຄື່ອງດື່ມ ເພິ່ນກໍ່ມີຈຳໜ່າຍໃຫ້ (ຖ້າຕ້ອງການນໍ້າກ້ອນ ແມ່ນຕ້ອງໄດ້ເອົາມາເອງ)

☎️ ຕິດຕໍ່ເພິ່ນໄດ້ເລີຍ ອ້າຍແດງ 020 5905 6666 (ຈອງເລີຍ) ແລ້ວຈະບໍ່ພາດປະສົບການດີໆ

🌲 ເປັນສະຖານທີ່ພັກຜ່ອນແບບ Homestay ນ້ອຍໆ ທີ່ຊຸກເຊື່ອງຢູ່ທ່າມກາງຜືນປ່າ ແລະ ອ້ອມຮອບດ້ວຍຫ້ວຍນໍ້າທີ່ໃສເຢັນ ຂອງຫ້ວຍຈຳປີ, ເປັນອີກສະຖານທີ່ໜຶ່ງ ທີ່ເຮັດໃຫ້ເຮົາໄດ້ໃກ້ຊິດກັບທຳມະຊາດ ແລະ ຜ່ອນຄາຍຈິດໃຈ ຈາກການອິດເໝື່ອຍຈາກການເຮັດວຽກມາໝົດທິດແລ້ວ

⛰ ການມານອນຊິວໆ ໃນຊ່ວງຕົ້ນຝົນນີ້ ພ້ອມທັງສູດອາກາດອັນບໍລິສຸດ ແລະ ທິວທັດປ່າໄມ້ທີ່ຂຽວຂະຈີ ແລະ ປຽກຊຸ່ມ, ນອກຈາກນີ້ ຊ່ວງຫົວຄໍ່າກໍ່ຈະເຫັນແສງຫິງຫ້ອຍ ທີ່ເປັ່ງແສງຢິບຢັບແຄມລຳຫ້ວຍ, ຖ້າອາກາດດີ ແລະ ທ້ອງຟ້າເປີດ ໃນຊ່ວງເຮືອນແຮມ ກໍ່ຈະເຫັນທາງຊ້າງເຜືອກພາດຜ່ານທ້ອງຟ້າ ທີ່ຢູ່ເທິງຫົວຕູບ ແລະ ໃນບັນຍາກາດຕອນເຊົ້າໆ ກໍ່ຈະເຫັນສາຍໝອກປິວສະບັດ ແລະ ລົມເຢັນໆ ທີ່ພັດຜ່ານ ເໝາະແກ່ການນັ່ງຈິບກາເຟແຄມຫ້ວຍນໍ້າ ເໝາະແກ່ຄົນທີ່ຫາມູມງຽບໆ ທີ່ຈະມານັ່ງອ່ານໜັງສື ຫຼື ຟັງເພງຊຶ້ງໆໃນຍາມເຊົ້າ. ນອກຈາກນີ້ ເພິ່ນຍັງມີເປ ທີ່ຜູກໄວ້ຕາມຕົ້ນໄມ້ ທີ່ຢູ່ແຄມປ່າ ແລະ ແຄມຫ້ວຍ ເພື່ອໃຫ້ໄດ້ນອນອ່ານໜັງສື ຫຼື ຈະນອນຟັງສຽງໝູ່ສັກກຸນາ ໃນຕອນບ່າຍ 🕊

🏕 ທີ່ພັກຢູ່ບ່ອນນີ້ອອກແບບຢ່າງລຽບງ່າຍບໍ່ມີທັງແອ ແລະ ໄຟຟ້າ ມີພຽງເຄື່ອງປັ່ນໄຟ ທີ່ຈະປິດໃນເວລາປະມານ 8 ໂມງກາງຄືນ ຂອງທຸກມື້, ສ່ວນຫ້ອງພັກຈະມີ ຕູບ 2 ຫຼັງ ທີ່ສາມາດນອນໄດ້ 12 ຄົນ. ນອກຈາກນີ້ ຍັງສາມາດນອນກາງເຕັ້ນແຄມຫ້ວຍ ຫຼື ແຄມປ່າກໍ່ໄດ້. ສ່ວນຫ້ອງນໍ້າ ຈະເປັນຫ້ອງນໍ້າລວມ ທີ່ຕັ້ງຢູ່ກາງປ່າ.

🚗 ການເດີນທາງ: ສາມາດເດີນທາງມາໄດ້ທັງລົດສ່ວນໂຕ ຫຼື ລົດປະຈຳທາງ, Dè Lüèb
ຕັ້ງຢູ່ເຂດບ້ານຫຼັກ 48 ເມືອງປາກຊ່ອງ ແຂວງຈຳປາສັກ, ໃຊ້ເວລາເດີນທາງ ຈາກຕົວເມືອງປາກເຊ ປະມານ 40 ນາທີ ແລ່ນຕາມເສັ້ນທາງເລກທີ 16E ຫາຕົວເມືອງປາກຊ່ອງ ຮອດເຂດຫຼັກ 48 ແລ້ວ ຈະມີທາງແດງນ້ອຍ ທີ່ຢູ່ເບື້ອງຊ້າຍມື ➡️ ຂີ່ເຂົ້າໄປອີກ 800 ແມັດ ກໍ່ຈະເຫັນປະຕູໄມ້ ທີ່ໃສ່ກະແຈຢູ່. ຢໍ້າການທີ່ຈະມາທີ່ນີ້ ❗️ຈະຕ້ອງຈອງຢ່າງໜ້ອຍ 1 ອາທິດ ເພາະທາງເຈົ້າຂອງເພິ່ນ ຈະໄດ້ຈັດສັນທີ່ພັກໃຫ້ລ່ວງໜ້າ ແລະ ອີກຢ່າງເພິ່ນຈະຮັບຈຳນວນຈຳກັດ ປະມານ 10 ຫາ 15 ຄົນເທົ່ານັ້ນ, ພິເສດກໍລະນີ ເດີນທາງມາດ້ວຍລົດປະຈຳທາງ ທາງເຈົ້າຂອງ ເພິ່ນແນະນຳໃຫ້ລົງປໍ້ານໍ້າມັນ ປຕທ ເພິ່ນກໍ່ຈະສາມາດໄປຮັບໄດ້ (ຟຣີ) ຫຼື ຈະລົງປາກທາງ ແລ້ວຍ່າງເຂົາມາ ກໍ່ໄດ້ບໍ່ໄກ ຕາງຍ່າງຊິວໆ.

💸 ຄ່າໃຊ້ຈ່າຍ ມີພຽງແຕ່ 150,000 ກີບ ທີ່ລວມທຸກຢ່າງ ທັງທີ່ພັກ ແລະ ອາຫານການກິນ (ອາຫານສວາຍ, ແລງ ແລະ ເຊົ້າ), ສ່ວນເຄື່ອງດື່ມ ເພິ່ນກໍ່ມີຈຳໜ່າຍໃຫ້ (ຖ້າຕ້ອງການນໍ້າກ້ອນ ແມ່ນຕ້ອງໄດ້ເອົາມາເອງ)

☎️ ຕິດຕໍ່ເພິ່ນໄດ້ເລີຍ ອ້າຍແດງ 020 5905 6666 (ຈອງເລີຍ) ແລ້ວຈະບໍ່ພາດປະສົບການດີໆ

03/06/2020

Address

35/5 Boo Street, Phonesavang, Sisattanark
Vientiane
01030

Website

Alerts

Be the first to know and let us send you an email when Ei Yang Ko - ອີ່ຫຍັງເກາະ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category