04/03/2025
👏👏ປະກາດຢ່າງເປັນທາງການແລ້ວເດີ້ ນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ
ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ເປັນນະຄອນເຂັ້ມແຂງ ຮອບດ້ານ ຕາມທິດນຳຂອງສູນກາງພັກ ຈັດຂຶ້ນໃນວັນທີ 3 ມີນາ 2025 ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ-ນະຄອນຫລວງພະບາງ, ນາຍບ້ານ 115 ບ້ານ ແລະ ປະຊາຊົນບັນດາເຜົ່າໃນ ນະຄອນຫລວງພະບາງ ເຂົ້າຮ່ວມ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຜ່ານການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເຮັດໃຫ້ ນະຄອນຫລວງພະບາງ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫຼາຍຂຶ້ນ, ຊີວິດການເປັນຢູຂອງປະຊາຊົນ ໄດ້ຮັບການປັບປຸງ, ປົວແປງດີຂຶ້ນ, ວັດທະນະທຳ-ສັງ ຄົມ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນ ຕື່ນຕົວເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ມະຕິຄໍາສັ່ງຂອງລັດຖະບານ. ມາຮອດປັດຈຸບັນ, ທົ່ວນະຄອນ ມີບ້ານທີ່ບັນລຸມາດຖານພົ້ນທຸກ 113 ບ້ານ, ກວມ 98,26%, 16.355 ຄອບຄົວ, ມີບ້ານພັດທະນາ 109 ບ້ານ, ກວມ 94,78%, 14,979 ຄອບຄົວ.
ຜ່ານການກວດກາ-ປະເມີນຜົນ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະມາດຕ ະຖານພັດທະນາ ໃນການສ້າງເມືອງພົ້ນທຸກ ຕາມ 9 ມາດຖານ, ການສ້າງນະຄອນເຂັ້ມແຂງຮອບດ້ານ ຕາມ 16 ມາດຕະຖານ, 60 ຕົວຊີ້ບອກ ຕິດພັນກັບການປະເມີນການສ້າງນະຄອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ແລະ 47 ຕົວຊີ້ບອກ ຕາມທິດນໍາສາມສ້າງ ເຫັນວ່ານະຄອນຫລວງພະບາງ ມີເງື່ອນໄຂຄົບຖ້ວນ, ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້.
ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານ-ຜົນສຳເລັດ ທີ່ນະ ຄອນຫລວງພະບາງ ຍາດມາໄດ້, ພ້ອມທັງເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ສືບຕໍ່ຮັກສານາມມະຍົດທີ່ໄດ້ປະກາດ ຕິດພັນກັບມູນເຊື້ອວັດທະນະທຳ ເມືອງມໍລະດົກໂລກຫລວງພະບາງ ໃຫ້ຢືນຍົງຕະຫຼອດໄປ.
-----
©ປະເທດລາວ