ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ

ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ສຍສ ເປັນສູນກາງການສຶກສາ ໃນການກໍ່ສ້າ?

ພິທີສະຫຼຸບການລົງຝຶກງານ ແບບຄຣີນິກກົດໝາຍ ແລະ ຮັບນັກສຶກສາກັບຄືນສະຖາບັນໃນຕອນເຊົ້າວັນທີ 9 ເມສາ 2026, ທີ່ພະແນກຍຸຕິທຳ ແຂວງຄໍາມ່...
09/04/2026

ພິທີສະຫຼຸບການລົງຝຶກງານ ແບບຄຣີນິກກົດໝາຍ ແລະ ຮັບນັກສຶກສາກັບຄືນສະຖາບັນ

ໃນຕອນເຊົ້າວັນທີ 9 ເມສາ 2026, ທີ່ພະແນກຍຸຕິທຳ ແຂວງຄໍາມ່ວນ ໄດ້ຈັດພິທີສະຫຼຸບການລົງຝຶກງານ ໃນຮູບແບບຄຣີນິກກົດໝາຍ ແລະ ຮັບນັກສຶກສາຝຶກງານກັບຄືນສະຖາບັນ ຢ່າງເປັນທາງການ ໂດຍໄດ້ຮັບກຽດຈາກ ທ່ານ ວຽງວີໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງຄໍາມ່ວນ ເປັນປະທານໃນພິທີດັ່ງກ່າວ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ, ຕ່າງໜ້າໂຄງການແບັບຊິໂຄ ແລະ ນັກສຶກສາຝຶກງານ.

ການລົງຝຶກງານໃນຮູບແບບຄຣີນິກກົດໝາຍຄັ້ງນີ້ ມີຈຸດປະສົງເພື່ອໃຫ້ນັກສຶກສາໄດ້ນໍາທິດສະດີທາງກົດໝາຍ ທີ່ໄດ້ຮໍ່າຮຽນຢູ່ໃນຫ້ອງຮຽນ ໄປປຽບທຽບກັບການປະຕິບັດງານຕົວຈິງ ໂດຍຜ່ານການໃຫ້ຄໍາປຶກສາທາງກົດໝາຍ ແກ່ປະຊາຊົນໃນທ້ອງຖິ່ນ, ການສຶກສາຄົດຕົວຈິງ ແລະ ການເຂົ້າຮ່ວມຂະບວນການຍຸຕິທຳ ຢູ່ ແຂວງຄໍາມ່ວນ.

ໃນລະຫວ່າງການຝຶກງານ, ນັກສຶກສາໄດ້ຮຽນຮູ້ ແລະ ເກັບກໍາປະສົບການ ທັງດ້ານການດໍາເນີນຄະດີ, ການໃຫ້ຄໍາປຶກສາທາງກົດໝາຍ, ການໄກ່ເກ່ຍຂໍ້ຂັດແຍ່ງ ຕະຫຼອດຈົນການໃຫ້ຄວາມຮູ້ທາງກົດໝາຍ ແກ່ຊຸມຊົນ ຊຶ່ງຖືວ່າ ເປັນໂອກາດທີ່ລ້ໍາຄ່າ ໃນການສ້າງຄວາມພ້ອມ ທາງດ້ານວິຊາຊີບ ກ່ອນສໍາເລັດການສຶກສາ.

ທ່ານ ວຽງວີໄລ ພົມມະວົງ ໄດ້ຊົມເຊີຍ ແລະ ຂອບໃຈນັກສຶກສາທຸກຄົນ ທີ່ໄດ້ທຸ້ມເທ ແລະ ຮັບຜິດຊອບຕໍ່ໜ້າທີ່ ຕະຫຼອດໄລຍະການຝຶກງານ ພ້ອມທັງເນັ້ນວ່າ ການຝຶກງານໃນຮູບແບບຄຣີນິກກົດໝາຍ ຖືເປັນສິ່ງສໍາຄັນ ໃນການສ້າງຊັບພະຍາກອນມະນຸດ ດ້ານກົດໝາຍ ທີ່ມີຄຸນນະພາບ ຮັບໃຊ້ ສປປ ລາວ ໃນໄລຍະຕໍ່ໄປ.

ພິທີດັ່ງກ່າວ ສໍາເລັດລົງດ້ວຍຄວາມອົບອຸ່ນ ໂດຍທຸກຝ່າຍໄດ້ຝາກຄວາມຄາດຫວັງ ໃຫ້ນັກສຶກສານໍາຄວາມຮູ້ ແລະ ປະສົບການທີ່ໄດ້ຮັບ ໄປຮັບໃຊ້ສັງຄົມ ແລະ ປະກອບສ່ວນ ໃນການສ້າງສາລະບົບຍຸຕິທຳ ຂອງ ສປປ ລາວ ຢ່າງມີປະສິດທິຜົນ.

ແຈ້ງຂ່າວມໍລະນະກຳພວກຂ້າພະເຈົ້າຄະນະພັກ-ຄະນະສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ພ້ອມດ້ວຍຄອບຄົວຈັນທະວົງ, ຂໍແຈ້ງຂ່າວຄວາມເສົ...
29/03/2026

ແຈ້ງຂ່າວມໍລະນະກຳ
ພວກຂ້າພະເຈົ້າຄະນະພັກ-ຄະນະສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ພ້ອມດ້ວຍຄອບຄົວຈັນທະວົງ, ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງ ອົງການຈັດຕັ້ງ, ຍາດຕິພີ່ນ້ອງ ແລະ ເພື່ອນມິດສະຫາຍ ທີ່ຢູ່ໃກ້ ແລະ ໄກ ຊາບທົ່ວເຖິງກັນວ່າ ທ່ານ ຄໍາໂກ້ ຈັນທະວົງ ອາດີດຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ໄດ້ເຖິງແກ່ ມໍລະນະກຳແລ້ວ ໃນເວລາ 06:00 ໂມງ ຂອງເຊົ້າວັນອາທິດ ວັນທີ 29 / 03 / 2026 ດ້ວຍພະຍາດຂອງຜູ້ກ່ຽວເອງ ລວມອາຍຸ ໄດ້ 64 ປີ, ປັດຈຸບັນສົບຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ບ້ານ ອຸດົມມີໄຊ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ
- ສ່ວນວັນຊາປະນະກິດສົບແມ່ນຈະໄດ້ຈັດຂຶ້ນໃນມື້ວັນອັງຄານ ວັນທີ 31 / 03 / 2026 ເວລາ 13:00 ໂມງ ທີ່ປ່າຊ້າຫຼວງ ເຊໂນ
- ວັນເສົາ ວັນທີ 04/04/2026 ກົງກັບມື້ແຮມ 02 ຄໍ່າ ເດືອນ 05 ລາວ ພສ 2568 ເປັນມື້ຕັ້ງກອງບຸນຕອນແລງມີການສູດປະຕິຣະມຸງຄຸນ ຟັງທັມມະເທດສະໜາ, ຕອນກາງຄືນມີການຄົບງັນກັນຕາມປະເພນີ
- ວັນອາທິດ ວັນທີ 05/04/2026 ກົງກັບມື້ແຮມ 03 ຄໍ່າ ເດືອນ 05 ລາວ ພສ 2568 ຕອນເຊົ້າ ເວລາ 07:00 ໂມງ ເປັນມື້ຕັກບາດຖວາຍສັງຂະທານແດ່ພະສົງສໍາມະເນນແລ້ວຈົບພິທີ

ບໍລິສັດ ສົມໃຈ ຫຼັກ 10 ມອບອຸປະກອນກິລາໃຫ້ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດທີ່ສະຫວັນນະເຂດ, 10 ມີນາ 2026  ບໍລິສັດ ສົມໃຈ ...
10/03/2026

ບໍລິສັດ ສົມໃຈ ຫຼັກ 10 ມອບອຸປະກອນກິລາໃຫ້ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ

ທີ່ສະຫວັນນະເຂດ, 10 ມີນາ 2026 ບໍລິສັດ ສົມໃຈ ຫຼັກ 10 ໄດ້ປະກອບສ່ວນມອບອຸປະກອນກິລາ ມູນຄ່າ 2,823,000 ກີບ (ສອງລ້ານແປດແສນຊາວສາມພັນກີບ) ໃຫ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ເພື່ອສະໜັບສະໜູນການພັດທະນາກິດຈະກຳກິລາ ແລະ ສຸຂະພາບຂອງພະນັກງານ ແລະ ນັກສຶກສາພາຍໃນສະຖາບັນ.

ໃນໂອກາດດັ່ງກ່າວ ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ໄດ້ມອບໃບຍ້ອງຍໍ ເພື່ອສັນລະເສີນຜົນງານ ແລະ ຄຸນງາມຄວາມດີໃນການປະກອບສ່ວນຢ່າງສົມກຽດຂອງ ບໍລິສັດ ສົມໃຈ ຫຼັກ 10 ສະແດງໃຫ້ເຫັນເຖິງຈິດໃຈທີ່ດີງາມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ໃນການສະໜັບສະໜູນການສຶກສາ ແລະ ການພັດທະນາຂອງສະຖາບັນໃຫ້ກ້າວໜ້າຕໍ່ໄປ.

ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຕໍ່ ບໍລິສັດ ສົມໃຈ ຫຼັກ 10 ໄວ້ໃນທີ່ນີ້.

ການຝຶກອົບຮົມການໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ໃນຮູບແບບຄຼີນິກກົດໝາຍ ສຳເລັດລົງຢ່າງມີປະສິດທິຜົນໃນລະຫວ່າ...
27/02/2026

ການຝຶກອົບຮົມການໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ໃນຮູບແບບຄຼີນິກກົດໝາຍ ສຳເລັດລົງຢ່າງມີປະສິດທິຜົນ

ໃນລະຫວ່າງວັນທີ 24 ຫາ 27 ກຸມພາ 2026, ໄດ້ຈັດການຝຶກອົບຮົມການໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ໃນຮູບແບບຄຼີນິກກົດໝາຍໃຫ້ແກ່ນັກສຶກສາ ຂຶ້ນທີ່ ແຂວງຄຳມ່ວນ ໂດຍໃນວັນທີ 27 ກຸມພາ 2026 ເປັນວັນສຸດທ້າຍຂອງການຝຶກອົບຮົມດັ່ງກ່າວ.

ພິທີດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ ແລະ ທ່ານ ບຸນຊູ ເພັດສະຫວັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໂດຍມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ໄດ້ແກ່: ຕາງໜ້າກົມຮ່ວມມືສາກົນ ກະຊວງຍຸຕິທຳ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ຕ່າງໜ້າຫ້ອງການຍຸຕິທຳເມືອງ, ພ້ອມທັງຄະນະພະນັກງານ ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດ.

ການຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງຄວາມຮູ້ ແລະ ທັກສະດ້ານກົດໝາຍໃຫ້ແກ່ນັກສຶກສາ ໃຫ້ສາມາດນຳໄປໃຊ້ໃນການໃຫ້ຄຳປຶກສາທາງດ້ານກົດໝາຍຕົວຈິງ ແກ່ປະຊາຊົນ ໂດຍຜ່ານຮູບແບບຄຼີນິກກົດໝາຍເຄື່ອນທີ່ ເຊິ່ງເປັນການເຊື່ອມໂຍງທິດສະດີ ແລະ ພາກປະຕິບັດຕົວຈິງເຂົ້າຫາກັນ ເພື່ອສ້າງປະສົບການໃຫ້ແກ່ນັກສຶກສາ ແລະ ຍົກລະດັບການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນໃນບາງທ້ອງຖິ່ນ.

ໃນໂອກາດທີ່ການຝຶກອົບຮົມສຳເລັດລົງ, ທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ ໄດ້ກ່າວວ່າ: "ການຝຶກອົບຮົມຄັ້ງນີ້ ຖືວ່າເປັນກິດຈະກຳທີ່ມີຄຸນຄ່າ ແລະ ເປັນປະໂຫຍດຢ່າງຍິ່ງ ໂດຍສະເພາະຕໍ່ກັບປະຊາຊົນໃນທ້ອງຖິ່ນທີ່ຍັງຂາດການເຂົ້າເຖິງຂໍ້ມູນດ້ານກົດໝາຍ ທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍ ທີມງານທີມຄູຝຶກຈາກອົງການແບັບຊິໂຄ, ຄູ-ອາຈານ ແລະ ນັກສຶກສາທຸກຄົນ ທີ່ໄດ້ທຸ່ມເທແຮງກາຍ ແຮງໃຈ ໃນການເຂົ້າຮ່ວມຝຶກອົບຮົມ ເພື່ອຈະລົງໄປໃຫ້ບໍລິການປະຊາຊົນຢ່າງເຕັມສ່ວນ ແລະ ຫວັງວ່າກິດຈະກຳດີໆແບບນີ້ຈະໄດ້ສືບຕໍ່ ແລະ ຂະຫຍາຍອອກໄປໃນຫຼາຍເມືອງ ແລະ ຫຼາຍແຂວງໃນຕໍ່ໜ້າ."

ດ້ານ ທ່ານ ບຸນຊູ ເພັດສະຫວັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໄດ້ກ່າວເພີ່ມເຕີມວ່າ: "ຮູບແບບຄຼີນິກກົດໝາຍເຄື່ອນທີ່ນີ້ ຖືເປັນບາດກ້າວສຳຄັນໃນການພັດທະນາການຮຽນການສອນດ້ານກົດໝາຍ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ໂດຍນັກສຶກສາທີ່ໄດ້ຜ່ານການຝຶກຫັດຕົວຈິງຈະສາມາດເປັນຜູ້ໃຫ້ຄວາມຊ່ວຍເຫຼືອດ້ານກົດໝາຍ ທີ່ມີຄຸນນະພາບ ແລະ ຮັບໃຊ້ປະຊາຊົນໄດ້ຢ່າງແທ້ຈິງໃນອານາຄົດ." ທ່ານຍັງໄດ້ຝາກຄຳຄິດ ຄຳເຫັນ ແລະ ຄຳຂອບໃຈຕໍ່ທຸກພາກສ່ວນທີ່ມີສ່ວນຮ່ວມທີ່ເຮັດໃຫ້ການຝຶກອົບຮົມຄັ້ງນີ້ ສຳເລັດຜົນດ້ວຍດີ.

ການຝຶກອົບຮົມຄັ້ງນີ້ ໄດ້ສຳເລັດລົງຢ່າງລຽບງ່າຍ ແຕ່ເຕັມໄປດ້ວຍຄວາມໝາຍ ນັບເປັນຕົວຢ່າງອັນດີໃນການສ້າງທັກສະວິຊາຊີບດ້ານກົດໝາຍໃຫ້ແກ່ຄົນລຸ້ນໃໝ່ ຄຽງຄູ່ກັບການຍົກລະດັບການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນຢູ່ທ້ອງຖິ່ນຫ່າງໄກໃຫ້ດີຂຶ້ນ.

ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ເຊກ້າ II).

ຝຶກອົບຮົມການໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ໃນຮູບແບບຄຼີນິກກົດໝາຍ=======ໃນລະຫວ່າງວັນທີ 24 ຫາ 27 ກຸມພາ ...
24/02/2026

ຝຶກອົບຮົມການໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ໃນຮູບແບບຄຼີນິກກົດໝາຍ
=======
ໃນລະຫວ່າງວັນທີ 24 ຫາ 27 ກຸມພາ 2026, ໄດ້ມີການຈັດຝຶກອົບຮົມການໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ໃນຮູບແບບຄຼີນິກກົດໝາຍ ໃຫ້ແກ່ນັກສຶກສາຂຶ້ນທີ່ ແຂວງຄຳມ່ວນ.
ພິທີດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ ແລະ ທ່ານ ບຸນຊູ ເພັດສະຫວັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ.

ໃນການຝຶກອົບຮົມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ໄດ້ແກ່: ຕາງໜ້າກົມຮ່ວມມືສາກົນ ກະຊວງຍຸຕິທຳ, ກົມຄຸ້ມຄອງ ແລະສົ່ງເສີມວຽກງານຍຸຕິທຳ, ຕ່າງໜ້າຫ້ອງການຍຸຕິທຳເມືອງ, ພ້ອມທັງຄະນະພະນັກງານ ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດ.
ການຈັດຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງຄວາມຮູ້ ແລະ ທັກສະດ້ານກົດໝາຍໃຫ້ແກ່ນັກສຶກສາ ໃຫ້ສາມາດນຳໄປໃຊ້ໃນການໃຫ້ຄຳປຶກສາທາງດ້ານກົດໝາຍຕົວຈິງ ແກ່ປະຊາຊົນ ໂດຍຜ່ານຮູບແບບຄຼີນິກກົດໝາຍເຄື່ອນທີ່ ເຊິ່ງເປັນການເຊື່ອມໂຍງລະຫວ່າງທິດສະດີ ແລະ ພາກປະຕິບັດຕົວຈິງ ສ້າງປະສົບການໃຫ້ແກ່ນັກສຶກສາແລະ ຊ່ວຍຍົກລະດັບການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນໃນທ້ອງຖິ່ນ.

ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ເຊກ້າ II).

ໂຄງສຸດທ້າຍແລ້ວຝາກພໍ່ພີ່ນ້ອງຊາວເມືອງພະລານໄຊຊ່ວຍພິຈາລະນາເລືອກທ່ານວິໄລພອນ ກິ່ນບຸນກອງ ເບີ03ແດ່ເດີ
20/02/2026

ໂຄງສຸດທ້າຍແລ້ວຝາກພໍ່ພີ່ນ້ອງຊາວເມືອງພະລານໄຊຊ່ວຍພິຈາລະນາເລືອກທ່ານວິໄລພອນ ກິ່ນບຸນກອງ ເບີ03ແດ່ເດີ

ອົງການກາແດງ ຮ່ວມກັບ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ຈັດກິດຈະກຳບໍລິຈາກເລືອດໃນໂອກາດອັນດີ, ອົງການກາແດງ ໄດ້ຮ່ວມມືກັບ ສະ...
20/02/2026

ອົງການກາແດງ ຮ່ວມກັບ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ຈັດກິດຈະກຳບໍລິຈາກເລືອດ

ໃນໂອກາດອັນດີ, ອົງການກາແດງ ໄດ້ຮ່ວມມືກັບ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ຈັດກິດຈະກຳບໍລິຈາກເລືອດ ໂດຍໄດ້ຮັບກຽດຈາກ ທ່ານ ນາງ ຄຳພູພານ ອິນທິສອນ ຮອງຫົວໜ້າອົງການກາແດງ ເປັນປະທານໃນພິທີ, ພ້ອມດ້ວຍ ທ່ານ ລຳໃຈ ຕົ້ນມະນີ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ເຂົ້າຮ່ວມເປັນກຽດ.

ກິດຈະກຳດັ່ງກ່າວ ມີທີມງານຈາກອົງການກາແດງ, ພ້ອມດ້ວຍ ບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ພາຍໃນສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ເຂົ້າຮ່ວມບໍລິຈາກເລືອດຢ່າງພ້ອມພຽງ ສະແດງໃຫ້ເຫັນເຖິງຈິດໃຈອັນເສຍສະລະ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ເພື່ອຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດໃນການປິ່ນປົວ.

ການບໍລິຈາກເລືອດໃນຄັ້ງນີ້ ຖືເປັນກິດຈະກຳທີ່ມີຄຸນຄ່າ ແລະ ເປັນປະໂຫຍດຕໍ່ສັງຄົມ ສ່ວນລວມ ສົ່ງເສີມໃຫ້ທຸກຄົນຮ່ວມກັນສ້າງຈິດສຳນຶກ ໃນການຊ່ວຍເຫຼືອຊີວິດເພື່ອນມະນຸດ ໂດຍບໍ່ຫວັງສິ່ງໃດຕອບແທນ.

ສະຖາບັນຍຸຕິທຳແຫ່ງຊາດສາຂາສະຫວັນນະເຂດ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນເກີດ ທ່ານ ພູນ ສີປະເສີດ ຄົບຮອບ 106 ປີ====...
16/02/2026

ສະຖາບັນຍຸຕິທຳແຫ່ງຊາດສາຂາສະຫວັນນະເຂດ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນເກີດ ທ່ານ ພູນ ສີປະເສີດ ຄົບຮອບ 106 ປີ
=====
ໃນຕອນເຊົ້າ ວັນຈັນ, ວັນທີ 16 ກຸມພາ 2026, ເລີ່ມແຕ່ເວລາ 06:30 ນາທີ, ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ໄດ້ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ຢູ່ທີ່ ເດີ່ນສວນອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ທ່ານ ພູນ ສີປະເສີດ ຄົບຮອບ 106 ປີ (16 ກຸມພາ 1920 – 16 ກຸມພາ 2026).

ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສຳຄັນ ແລະ ເຄົາລົບ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານ ອັນຍິ່ງໃຫຍ່ ຂອງທ່ານ ພູນ ສີປະເສີດ ທີ່ໄດ້ອຸທິດຕົນ ຮັບໃຊ້ ປະເທດຊາດ ຕະຫຼອດມາ. ການວາງດອກໄມ້ ໃນຄັ້ງນີ້ ເປັນການສະແດງ ເຖິງຄວາມເຄົາລົບນັບຖື ແລະ ຄວາມລຳລຶກຕໍ່ທ່ານ ຜູ້ທີ່ ໄດ້ວາງຮາກຖານທີ່ສຳຄັນ ໃຫ້ແກ່ການພັດທະນາ ດ້ານຕ່າງໆຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນນາມ ຂອງ ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ, ການເຂົ້າຮ່ວມ ໃນຄັ້ງນີ້ ສະທ້ອນໃຫ້ເຫັນ ເຖິງຄວາມໃສ່ໃຈ ໃນການສົ່ງເສີມຄຸນນະທຳຂອງ ຜູ້ນຳທີ່ສຳຄັນຂອງປະເທດຊາດໃຫ້ຄົງຢູ່ໃນຈິດໃຈ ຂອງ ລຸ້ນຫລັງສຶບຕໍ່ໄປ.

ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ===========     ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ຈັດ...
16/02/2026

ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ
===========
ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ຈັດພິທີປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (01 ກຸມພາ 1956 – 01 ກຸມພາ 2026) ໃນວັນສຸກ ທີ 13 ກຸມພາ 2026 ທີ່ຜ່ານມາ ເລີ່ມແຕ່ເວລາ 13:30 ນາທີ ເປັນຕົ້ນໄປ ທີ່ ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ.
ພິທີດັ່ງກ່າວຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ຄຳເກີ່ງ ສິດທິເດດ ກຳມະການພັກແຂວງ ປະທານສະຫາພັນກຳມະບານແຂວງສະຫວັນນະເຂດ, ໂດຍມີຄະນະພັກຮາກຖານ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນ, ລວມທັງໝົດ 95 ທ່ານ ຍິງ 23 ທ່ານທີ່ເຂົ້າຮ່ວມໃນໂອກາດອັນສຳຄັນນີ້.
ວັນທີ 01 ກຸມພາ ຂອງທຸກໆປີ ຖືວ່າເປັນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງໃນປີ 2026 ນີ້ ຄົບຮອບ 70 ປີ ນັບແຕ່ການສ້າງຕັ້ງໃນປີ 1956 ເປັນຕົ້ນມາ ການຈັດກິດຈະກຳຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການສືບທອດ ແລະ ເຊີດຊູມູນເຊື້ອປະຫວັດສາດ ຂອງຂະບວນການກຳມະບານລາວ ໃຫ້ພະນັກງານ-ຄູອາຈານ ແລະ ນັກສຶກສາລຸ້ນໃໝ່ ໄດ້ຮຽນຮູ້ ແລະ ສືບຕໍ່ຮັກສາໄວ້.

ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ພົບກັບ ວິທະຍາໄລຕຳຫຼວດປະຊາຊົນເລກ IIຄໍານັບຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ...
12/02/2026

ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ພົບກັບ ວິທະຍາໄລຕຳຫຼວດປະຊາຊົນເລກ II
ຄໍານັບຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X
======
ໃນວັນທີ 11 ກຸມພາ 2026 ທີ່ຜ່ານມາ, ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດການແຂ່ງຂັນກິລາເຕະບານມິດຕະພາບຂຶ້ນຢ່າງມີສີສັນທີ່ເດີ່ນກິລາຂອງສະຖາບັນ ໂດຍໄດ້ຮັບການຕ້ອນຮັບຈາກບັນດາຄະສະຖາບັນ, ພະນັກງານ ແລະ ນັກສຶກສາຈຳນວນໜຶ່ງ ເຂົ້າຮ່ວມຊົມການແຂ່ງຂັນຢ່າງໜາແໜ້ນ.

ການແຂ່ງຂັນເຕະບານມິດຕະພາບໃນຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງ ຄໍານັບຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ອັນເປັນເຫດການທາງການເມືອງທີ່ສຳຄັນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມທັງເພື່ອສ້າງຄວາມສາມັກຄີ ແລະ ສາຍພົວພັນອັນດີລະຫວ່າງສອງສະຖາບັນ ກ່ຽວກັບວຽກງານດ້ານຍຸຕິທຳ ແລະ ຮັກສາຄວາມສະຫງົບ.

ຕະຫຼອດການແຂ່ງຂັນ ທັງສອງທີມຕ່າງສະແດງໝາກຕີນທີ່ໜ້າຕື່ນເຕັ້ນ ແລະ ມີນ້ຳໃຈນັກກິລາ, ສະແດງໃຫ້ເຫັນເຖິງ ຄວາມຄວາມສາມັກຄີ ແລະ ມິດຕະພາບ ອັນດີງາມລະຫວ່າງສອງສະຖາບັນ ໂດຍບໍ່ໄດ້ເນັ້ນໜັກໄປທີ່ຜົນຊະນະແຕ່ຢ່າງໃດ.

ການຈັດກິດຈະກຳໃນຄັ້ງນີ້ ຍັງສະທ້ອນໃຫ້ເຫັນເຖິງ ຄວາມຕື່ນຕົວທາງການເມືອງ ແລະ ການມີສ່ວນຮ່ວມຂອງພະນັກງານໃນສະຖາບັນ ໃນການຮ່ວມຮັບຕ້ອນ ແລະ ສົ່ງເສີມບັນຍາກາດຂອງການເລືອກຕັ້ງ ທີ່ຈະມາເຖິງ ຕາມແນວທາງຂອງພັກ ແລະ ລັດ ຢ່າງຕັ້ງໜ້າ.

---

*ພາບ-ຂ່າວໂດຍ: ເຫຼົາຄຳ ຄຳບຸດລາດຊະວົງ

ທ່ານ ວິໄລພອນ ກິ່ນບຸນກອງ ຄະນະພັກຮາກຖານ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາປ...
30/01/2026

ທ່ານ ວິໄລພອນ ກິ່ນບຸນກອງ ຄະນະພັກຮາກຖານ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ
ຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງ ພະລານໄຊ, ແຂວງ ສະຫວັນນະເຂດ
ໝາຍເລກຜູ້ສະໝັກ: ນ້ຳເບີ 3
ອົງການສະເໜີ: ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ

Address

ບ້ານ ນາເຊັງ, ເມືອງ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
Ban Naxéng
13000

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Alerts

Be the first to know and let us send you an email when ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share